logo

ຫງວຽນຈິທຶກ - ຊາວໜຸ່ມຢູ່ແຂວງ ເຮົ້າຢາງ ສ້າງຄວາມຮັ່ງມີຈາກການລ້ຽງປາອອດສກ້າ

2025/3/16 | 09:00:00
(VOVWORLD) - ປະຈຸບັນ, ຟາມລ້ຽງປາອອດສກ້າ ຂອງອ້າຍ ທຶກ ໄດ້ເປີດກວ້າງກວ່າ 1.000 ຕາແມັດ, ດ້ວຍອ່າງລ້ຽງ 70 ອ່າງ
(ປີ 2019, ມີຜູ້ຮູ້ຈັກອ້າຍ ທຶກ ໄດ້ແນະນຳຮູບແບບລ້ຽງປາອອດສກ້າ ໃຫ້)

ກວ່າ 5 ປີຜ່ານມາ, ອ້າຍ ຫງວຽນຈິທຶກ (ອາຍຸ 31 ປີ), ຢູ່ບ້ານ ດົງມີ້, ເມືອງ ເຈົາແທັງ, ແຂວງ ເຮົ້າຢາງ ໄດ້ສ້າງຄວາມຮັ່ງມີຈາການລ້ຽງປາ. ປາທີ່ອ້າຍລ້ຽງນັ້ນບໍ່ແມ່ນປາຈາ, ປາຕອງ, ປາກະເດີດ… ຄືປະຊາຊົນຫຼາຍຄົນູ່ໃນແຂວງລ້ຽງນັ້ນ, ຫາກແມ່ນປາອອດສກ້າ (Astronotus ocellatus). ຮູບແບບໃໝ່ດັ່ງກ່າວໄດ້ຊ່ວຍໃຫ້ອ້າຍສ້າງລາຍຮັບກວ່າ 600 ລ້ານດົ່ງ (24.000 USD)/ປີ.

ກ່ອນນີ້ 8 ປີ, ຄືຢູ່ປີ 2017, ອ້າຍ ຫງວຽນຈິທຶກ ໄດ້ເລີ່ມລ້ຽງສິນໃນນ້ຳຢູ່ໃນອ່າງໂດຍເອົາຜ້າບາດປົກ. ປາຊະນິດທຳອິດທີ່ອ້າຍເລືອກລ້ຽງນັ້ນແມ່ນປາຫຼາດ, ເຖິງຢ່າງໃດກໍ່ຕາມ, ປາໃຫຍ່ຊ້າ, ສົ້ນອອກກໍ່ບໍ່ເປັນປົກກະຕິ, ສະນັ້ນ, ອ້າຍຕັດສິນໃຈຢຸດຕິຮູບແບບດັ່ງກ່າວ. ຮອດປີ 2019, ມີຜູ້ຮູ້ຈັກອ້າຍ ທຶກ ໄດ້ແນະນຳຮູບແບບລ້ຽງປາອອດສກ້າ ໃຫ້. ເຫັນວ່າ, ປາລ້ຽງໂຊນີ້ມີຫຼາຍສີ, ມີຫຼາຍຄົນນິຍົມລ້ຽງໂຊ, ສະນັ້ນ ອ້າຍຕົກລົງຊື້ປາແນວພັນ 5.000 ໂຕມາລ້ຽງໃນອ່າງໂດຍເອົາຜ້າບາດປົກ 2 ອ່າງ. ຍ້ອນຍັງບໍ່ທັນກຳແໜ້ນດ້ານເຕັກນິກ, ສະນັ້ນ, ຈຳນວນປາທີ່ອ້າຍລ້ຽງນັ້ນຖືກເສຍໄປ 80%. ແຕ່ກໍ່ບໍ່ທໍ້ຖອຍໃຈ, ອ້າຍ ທຶກ ສືບຕໍ່ຊອກຮູ້ຮ່ຳຮຽນ, ທົດລອງ, ດັດປັບແຫຼ່ງນ້ຳ ແລະ ຂັ້ນຕອນເບິ່ງແຍງບົວລະບັດ ຫຼັງຈາກນັ້ນຈຶ່ງລົງທຶນຊື້ປາແນວພັນ 10.000 ໂຕມາລ້ຽງຕື່ມອີກ. ໃນຄັ້ງນີິ້, ຝູງປາໄດ້ພັດທະນາເປັນຢ່າງດີ ແລະ ຫຼັງຈາກນັ້ນກໍ່ໄດ້ອອກໄຂ່. ອ້າຍ ທຶກ ໃຫ້ຮູ້ວ່າ:

ສິ່ງຫຍຸ້ງຍາກທີ່ສຸດແມ່ນແຫຼ່ງນ້ຳ. ຖ້າຫາກເຮົາລ້ຽງປານ້ອຍ, ເຮົາຈະນຳໃຊ້ແຫຼ່ງນ້ຳທີດູດຈາກແມ່ນ້ຳຂຶ້ນອ່າງເກັບນ້ຳ, ຫຼັງຈາກນັ້ນຈຶ່ງປ່ອຍນ້ຳລົງອ່າງຜ່ານບັນດາເຄື່ອງບຳບັດນ້ຳ”.

ປະຈຸບັນ, ຟາມລ້ຽງປາອອດສກ້າ ຂອງອ້າຍ ທຶກ ໄດ້ເປີດກວ້າງກວ່າ 1.000 ຕາແມັດ, ດ້ວຍອ່າງລ້ຽງ 70 ອ່າງ, ມີ ປາພໍ່ແມ່ພັນ 70 ຄູ່ ແລະ ປາແນວພັນກວ່າ 50.000 ໂຕ, ລວມມີປາອອດສກ້າ 2 ຊະນິດ ແມ່ນປາອອດສກ້າ ດຳ ແລະ ປາອອດສກ້າ ຂາວ. ຍ້ອນຮູບຮ່າງປາງາມ, ແຂງແຮງ, ສະນັ້ນ ຟາມຂອງອ້າຍໄດ້ດຶງດູດລູກຄ້າຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດມາຊື້. ແຕ່ລະປີ, ອ້າຍ ທຶກ ໄດ້ຂາຍປາແນວພັນໃຫ້ພໍ່ຄ້າຊາວຂາຍແຕ່ 200.000 – 300.000 ໂຕ, ດ້ວຍລາຄາແຕ່ 3.000 – 100.000 ດົ່ງ (0,15 – 4 USD)/ໂຕ, ໂດຍອີງຕາມໂຕໃຫຍ່, ນ້ອຍ ແລະ ສີຂອງມັນ. ຍ້ອນເຫດນັ້ນ, ອ້າຍໄດ້ເກັບລາຍຮັບກວ່າ  600 ລ້ານດົ່ງ/ປີ. ອ້າຍ ທຶກ ແບ່ງປັນວ່າ:

“ໃນເບື້ອງຕົ້ນຂອງການລ້ຽງປານັ້ນ, ຕະຫຼາດສົ້ນອອກກໍ່ຍັງບໍ່ທັນກຳແໜ້ນໄດ້… ຫຼັງຈາກນັ້ນ, ຂ້າພະເຈົ້າຈຶ່ງຊອກູ້ທາງອິນເຕີເນັດກ່ຽວກັບຕະຫຼາດປາລ້ຽງໂຊຂອງບັນແຂວງ, ຄອນ. ຂ້າພະເຈົ້າກໍ່ໄດ້ເອົາລົງບັນດາເວັບໄຊຊື້ຂາຍປາລ້ຽງໂຊ ແລະ ກໍ່ມີຜູ້ມາຊອກຊື້. ປະຈຸບັນ, ພໍ່ຄ້າຊາວຂາຍຊື້ປາຫຼາຍທີ່ສຸດແມ່ນຢູ່ນະຄອນ ຫາຍຟ່ອງ, ດ່ານັ້ງ ແລະ ເລິມດົ່ງ, ແຕ່ລະເທື່ອກໍ່ຊື້ແຕ່ 7.000 ຫາ 10.000 ໂຕ”.

(ຮູບແບບລ້ຽງປາອອດສກ້າ)

ໂດຍແມ່ນຮອງເລຂາຄະນະຊາວໜຸ່ມ, ປະທານສະຫະພັນຊາວໜຸ່ມ ຫວຽດນາມ ເທດສະບານ ງ້າເຊົ໋າ, ເມືອງ ເຈົາແທັງ, ສະນັ້ນ, ເມື່ອຮູບແບບລ້ຽງປາອອດສກ້າ ບັນລຸຜົນສຳເລັດນັ້ນ, ອ້າຍ ທຶກ ໄດ້ຈັດໃຫ້ສະມາຊິກຊາວໜຸ່ມ, ໄວໜຸ່ມທ້ອງຖິ່ນມາຮ່ຳຮຽນເປັນປະຈຳ ແລະ ແບ່ງປັນບົດຮຽນຢ່າງສຸດໃຈ ແລະ ສະໜອງປາແນວພັນທີ່ມີຄຸນນະພາບສູງເພື່ອໃຫ້ບັນດາສະມາຊິກຊາວໜຸ່ມ, ໄວໜຸ່ມ startup.

ພ້ອມກັນນັ້ນ, ອ້າຍ ທຶກ ຍັງສ້າງວຽກເຮັດງານທຳທີ່ເປັນປົກກະຕິໃຫ້ຄົນງານທ້ອງຖິ່ນ 5 ຄົນ, ດ້ວຍລາຍຮັບ 7 ລ້ານດົ່ງ (ປະມານ 300 USD)/ເດືອນ/ຄົນ. ໃນເວລາປາອອກໄຂ່ ຫຼື ເກັບປາ, ອ້າຍ ທຶກ ຕ້ອງຈ້າງຄົນງານຕື່ມອີກ 20 ຄົນເພື່ອຮັບໃຊ້ວຽກງານ. ອ້າຍ ຫງວຽນຫິວງີ້, ເລຂາຄະນະຊາວໜຸ່ມເມືອງ ເຈົາແທັງ, ໃຫ້ຮູ້ວ່າ:

“ຜົນສຳເລັດຂອງອ້າຍ ທຶກ ໄດ້ນຳມາເຊິ່ງກຳລັງໜູນທີ່ໃຫຍ່ໃຫ້ແກຊາວໜຸ່ມຢູ່ທ້ອງຖິ່ນ, ມີຊາວໜຸ່ມຫຼາຍຄົນມີແນວຄິດ startup. ໂດແມ່ນສະມາຊິກຊາວໜຸ່ມທີ່ມີຄວາມູບຈ້າວຫ້າວຫັນ, ສຸດຈິດສຸດໃຈໃນວຽກງານຊາວໜຸ່ມ, ອ້າຍ ຫງວຽນຈິທຶກ ໄດ້ໜູນຊ່ວຍດ້ານເຕັກນິກ, ແນວພັນສັດລ້ຽງໃຫ້ແກ່ຊາວໜຸ່ມຢູ່ທ້ອງຖິ່ນປະຕິບັດຮູບແບບ ເພື່ອສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ເປັນປົກກະຕິໃນໄລຍະຈະມາເຖິງ”.

ປະຈຸບັນ, ອ້າຍ ທຶກ ພວມມີແນວຄວາມຄິດປ່ຽນ gen ເພື່ອສ້າງເປັນປາພັນໃໝ່ດ້ວຍຮູບຮ່າງ, ສີສັນທີ່ງາມກວ່າ ແນໃສ່ຍົກສູງມູນຄ່າດ້ານເສດຖະກິດໃຫ້ແກ່ປາຊະນິດນີ້. ຫວ່າງມໍ່ໆມານີ້, ທ້າຍເດືອນ ພະຈິກ 2024, ອ້າຍ ທຶກ ແມ່ນ 1 ໃນຈຳນວນຊາວໜຸ່ມ 36 ຄົນໃນທົ່ວປະເທດໄດ້ຮັບລາງວັນ ເລືອງດິງກົ໋ວ ຄັ້ງທີ 14 ຈາກສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ. ນີ້ແມ່ນຂອງລາງວັນອັນສູງສົ່ງເພື່ອຍ້ອງຍໍ, ເຊີດຊູບັນດາຊາວໜຸ່ມຜູ້ມີຜົນງານດີເດັ່ນໃນການຜະລິດ, ດຳເນີນທຸລະກິດ, ຖ່າຍທອດຄວາມກ້າວໜ້າດ້ານວິທະຍາສາດ, ເຕັກນິກ, ອຸດສາຫະກຳກະສິກຳ, ປົກປັກຮັກສາສິ່ງແວດລ້ອມ ແລະ ກໍ່ສ້າງຊົນນະບົດໃໝ່.

TAG
VOV/VOVworld/ປາອອດສກ້າ/ແນວ​ພັນ/​ສັດ​ລ້ຽງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ