logo

ຫງວຽນຟີດຶກ - ຜູ້ນຳພາສະຫະກອນ ເຢືອງຫຼຽວ

2024/11/16 | 10:00:00
(VOVWORLD) -ສະຫະກອນການບໍລິການກະສິກຳ ແລະ ດຳເນີນທຸລະກິດການຄ້າສັງລວມ ເຢືອງຫຼຽວ ທີ່ຕາແສງ ເຢືອງຫຼຽວ ເມືອງ ຮວ່າຍດຶກ ຮ່າໂນ້ຍ ພາຍຫຼັງສ້າງຕັ້ງ ແລະ ພັດທະນາເປັນເວລາ 65 ປີມາຮອດປັດຈຸບັນ ໄດ້ກາຍເປັນຈຸດເດັ່ນທາງດ້ານເສດຖະກິດລວມໝູ່ແບບໃໝ່. ບັນລຸໄດ້ເສດຖະກິດນີ້ກໍ່ຕ້ອງເວົ້າເຖິງການປະກອບສ່ວນຂອງຖັນແຖວຜູ້ນຳພາບັນດາບຸກຄົນທີ່ສຸດຈິດສຸດໃຈ ໃນນັ້ນມີທ່ານ ຫງວຽນຟີດຶກ ຜູ້ນຳພາ ກ້າຄິດກ້າທຳ ແລະ ພ້ອມກັບບັນດາສະມາຊິກກໍ່ສ້າງ ແລະ ພັດທະນາສະຫະກອນ
ທ່ານ ຫງວຽນຟີດຶກ ປະທານສະພາສະຫະກອນ ເຢືອງຫຼຽວ

      “ຂໍ້ລິເລີ່ມຂອງທ່ານ ດຶກ ແມ່ນບາດກ້າວບຸກທະລຸນຳລາຍຮັບຂອງຜູ້ອອກແຮງງານຈາກສອງສາມແສນດົ່ງ ມາຮອດປັດຈຸບັນສະເລ່ຍແຮງງານແຕ່ລະຄົນແມ່ນ 6,5 ລ້ານດົ່ງ”

       “ເມື່ອເວົ້າເຖິງຂໍ້ລິເລີ່ມປະດິດຄິດສ້າງຂອງອາວ ດຶກ ກໍ່ເຫັນວ່າມີຫຼານທີ່ສຸດ. ພວກຂ້າພະເຈົ້າມີຄວາມນິຍົມນັບຖືຕໍ່ຄວາມຄິດກໍ່ຄື ວິທີຊີ້ນຳນຳພາຂອງອາວໃນວຽກງານ”.

       ນັ້ນແມ່ນບັນດາຂໍ້ສັງເກດຂອງສະມາຊິກສະຫະກອນ ເຢືອງຫຼຽວ ກ່ຽວກັບທ່ານ ດຶກ ປີນີ້ອາຍຸ 68 ປີ, ປັດຈຸບັນແມ່ນປະທານສະພາສະຫະກອນ ເຢືອງຫຼຽວ. ທ່ານແມ່ນຜູ້ສ້າງແຜນປັບປຸງປ່ຽນແປງໃໝ່ສະຫະກອນຕາມກົດໝາຍວ່າດ້ວຍສະຫະກອນປີ 2022 ເຊິ່ງເປັນການເປີດຊ່ອງທາງໃຫ້ບັນດາສະຫະກອນອື່ນໆເຂົ້າຮ່ວມຮູບແບບດຳເນີນທຸລະກິດການຄ້າການທ່ອງທ່ຽວດ້ວຍການສ້າງຕັ້ງວິສາຫະກິດຂຶ້ນກັບວິສາຫະກອນ. ທ່ານ ຫວຽນຟີດຶກ ເວົ້າວ່າ:

       “ແຜນປັບປຸງ ປ່ຽນແປງໃໝ່ສະຫະກອນນັ້ນ ພວກຂ້າພະເຈົ້າຢັ້ງຢືນວ່າ ນີ້ແມ່ນຮູບແບບທຳອິດຂອງນະຄອນ ຮ່າໂນ້ຍ. ພາຍຫຼັງກົດໝາຍວ່າດ້ວຍສະຫະກອນເລີ່ມມີຜົນສັກສິດນັ້ນ, ພວກຂ້າພະເຈົ້າກໍ່ໄດ້ລາຍງານຕໍ່ອຳນາດການປົກຄອງຕາແສງ ເຊິ່ງແມ່ນອົງການສ້າງແຜນປ່ຽນແປງໃໝ່ສະຫະກອນ. ເມື່ອສ້າງແຜນໃຫ້ສະຫະກອນ, ພວກຂ້າພະເຈົ້າກໍ່ໄດ້ປັບປຸງໂຄງປະກອບແຫຼ່ງທຶນ, ຕີລາຄາຄືນຊັບສິນເພື່ອຢັ້ງຢືນວ່າຜູ້ໃດມີຄວາມສຸດຈິດສຸດໃຈພ້ອມກັບສະຫະກອນຈະເຂົ້າເປັນສະມາຊິກ”.

      ປັດຈຸບັນຈຳນວນສະມາຊິກກຳມະກອນຈົດທະບຽນເຂົ້າຮ່ວມຂຶ້ນເຖິງເກືອບ 2.500ຄົນແລະ ລູກຄ້ານຳໃຊ້ການບໍລິການສະຫະກອນກໍ່ຫຼວງຫຼາຍດ້ວຍ ຫຼາຍກວ່າ 5.000 ຄົນ. ທ່ານ ຟີວັນຄາງ ອະດີດຫົວໜ້າສະຫະກອນ ແລະ ແມ່ນສະມາຊິກອາວຸໂສຂອງສະຫະກອນ ເຢືອງຫຼຽວ ໃຫ້ຮູ້ວ່າ:

      “ທາງສະຫະກອນໂດຍສະເພາະແມ່ນທ່ານດຶກ ໄດ້ນຳວິທະຍາສາດເຕັກນິກເຂົ້າໃນການຜະລິດ ດຳເນີນທຸລະກິດໂດຍໄວ ພ້ອມທັງໜູນຊ່ວຍຜູ້ອອກແຮງງານ, ຄອບຄົວສະມາຊິກສະຫະກອນພັດທະນາເສດຖະກິດ ແລະ ໜູນຊ່ວຍບັນດາວິສາຫະກິດສ້າງວຽກເຮັດງານທຳໃຫ້ແກ່ບັນດາຄອບຄົວເປົ້າໝາຍທີ່ບໍ່ມີວຽກເຮັດງານທຳຢູ່ທ້ອງຖິ່ນ. ປັດຈຸບັນຊາວ ເຢືອງຫຼຽວ ໄດ້ພໍກິນພໍຢູ່ ພ້ອມທັງມີສ່ວນແຮ່ໄວ້ ເພື່ອເສດຖະກິດພັດທະນາ”.

     ໜຶ່ງໃນບັນດາຂົງເຂດທີ່ທ່ານ ແລະ ສະຫະກອນເອົາໃຈໃສ່ທີ່ສຸດ ແມ່ນການຟື້ນຟູອະນຸລັກ ແລະ ພັດທະນາອາຊີບຫັດຖະກຳ ເປັນຕົ້ນແມ່ນອາຊີບທັກແສ່ວ. ສິ່ງນີ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຂອງທ້ອງຖິ່ນ. ທ່ານ ຫງວຽນບາຮຶງ ປະທານຄະນະກຳມະການປະຊາຊົນຕາແສງ ເຢືອງຫຼຽວ ໃຫ້ຮູ້ວ່າ:

             “ປັດຈຸບັນສະຫະກອນໄດ້ປະຕິບັດການຜະລິດດຳເນີນທຸລະກິດໃນຫຼາຍຂົງເຂດ ແລະ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເຕີບໂຕເສດຖະກິດຂອງທ້ອງຖິ່ນ”.

     ສະຫະກອນ ເຢືອງຫຼຽວມີຄົບທຸກຂະແໜງອາຊີບຈາກປຸງແຕ່ງຜະລິດຕະພັນກະເສດ, ເຮັດເສັ້ນລ້ອນ, ຫຍິບປັກທັກແສ່ວຕະຫຼອດຮອດການໂຄສະນາແນະນຳຜະລິດຕະພັນການບໍລິການການຄ້າ ການທ່ອງທ່ຽວ ທ່ານ ຫງວຽນຟີດຶກ ໃຫ້ຮູ້ຕື່ມອີກວ່າ:

      “ພວກຂ້າພະເຈົ້າມີສາມເປົ້າໝາຍ ນັ້ນແມ່ນຫັນປ່ຽນຮູບແບບກະສິກຳຊົນນະບົດແບບເກົ່າມາສູ່ກະສິກຳຕົວເມືອງ ແລະ ຍູ້ແຮງການພັດທະນາບັນດາວິສາຫະກິດພັດທະນາການບໍລິການ ເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນໃນເຂດຕົວເມືອງ. ທີສອງ ແມ່ນສືບຕໍ່ຍູ້ແຮງວຽກງານຄຸ້ມຄອງໄຟຟ້າດ້ວຍຄຸນນະພາບດີທີ່ສຸດ ໂປ່ງໃສ, ດູແລລູກຄ້າເປັນຢ່າງດີ. ທີສາມ ຍູ້ແຮງການນຳໃຊ້ເຕັກໂນໂລຊີໃນການຄຸ້ມຄອງ ແລະ ດູແລລູກຄ້າໃນການຜະລິດ”.

     ສະຫະກອນໄດ້ຮັບຫຼຽນໄຊແຮງງານຊັ້ນໜຶ່ງ  ຊັ້ນສອງ ແລະ ຊັ້ນສາມຈາກປະທານປະເທດພ້ອມກັບໃບຍ້ອງຍໍຫຼາຍໃບຈາກລັດຖະບານ ແລະ ປີກາຍນີ້ສະເພາະທ່ານ ດຶກ ເອງໄດ້ຮັບກຽດກາຍເປັນໜຶ່ງໃນຈຳນວນ 10 ແບບຢ່າງ “ພົນລະເມືອງນະຄອນຫຼວງດີເດັ່ນ”. ທ່ານ ດຶກ ເວົ້າຕໍ່ໄປວ່າ:

       “ພວກຂ້າພະເຈົ້າຢືນຢັນວ່າ ໃນຈຸດເວລານີ້ສະຫະກອນກໍ່ໄດ້ມີບັນດາບາດກ້າວຂະຫຍາຍຕົວເພື່ອສືບຕໍ່ພັດທະນາ ເພື່ອໃຫ້ສະຫະກອນກ້າວເດີນຢ່າງໝັ້ນຄົງ ພວກຂ້າພະເຈົ້າກໍ່ໄດ້ມີແນວຄວາມຄິດທີ່ແທດເໝາະຮັບປະກັນໃຫ້ສະຫະກອນປະສົບຜົນສຳເລັດ”.

     ໃນວິວັດການພັດທະນາຂອງສະຫະກອນ ເຢືອງຫຼຽວ ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແຕ່ກໍ່ມີຄວາມມ່ວນຊື່ນຄວາມຜາສຸກ ມີບັນດາກຳລັງໜູນ ເພື່ອໃຫ້ທ່ານ ດຶກ ແລະ ບັນດາຜູ້ສຸມຈິດສຸມໃຈກັບສະຫະກອນປ່ຽນແປງໃໝ່ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຂົ້າໃນຄວາມຈະເລີນຮຸ່ງເຮືອງຂອງບ້ານເກີດເມືອງນອນ.
TAG
VOV/VOVworld/ທ່ານ ຫງວຽນຟີດຶກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ