logo

ຫໍ​ພິ​ພິ​ຕະ​ພັນ ​ເຝີ: ສະ​ຖານ​ທີ່​ທ່ອງ​ທ່ຽວ​ຕົວ​ຈິງ​ໃໝ່​ຢູ່​ນະ​ຄອນ ໂຮ່​ຈິ​ມິນ

2026/1/31 | 17:00:00
(VOVWORLD) -  ຫໍພິພິຕະພັນ ເຝີ, ຫໍພິພິຕະພັນອາຫານການກິນ ນອກລັດຄຸ້ມຄອງແຫ່ງທຳອິດຢູ່ ຫວຽດນາມ ຫາກໍ່ໄດ້ເປີດປະຕູຕ້ອນຮັບແຂກຢູ່ນະຄອນ ໂຮ່ຈິມິນ ເມື່ອວັນທີ 15 ມັງກອນ ທີ່ຜ່ານມາ. ປຊ ແລະ ແຂກທັງຢູ່ພາຍໃນ ແລະ ຕ່າງປະເທດ ມີສະຖານທີ່ລົງຕົວຈິງເພື່ອຮັບປະທານເຝີ ແລະ ຊອກຮູ້ກ່ຽວກັບວິວັດການກວ່າ 100 ປີຂອງເຍື່ອງອາຫານພິເສດສະເພາະຂອງຊາດ ຫວຽດນາມ, ຈາກເຝີທີ່ຫາບເລາະຂາຍຢູ່ແຄມທາງ ຕະຫຼອດຮອດຂາຍຢູ່ເທິງໂຕະທົ່ວໂລກ.
ຕັດແຖບຜ້າເປີດນຳໃຊ້ຫໍພິພິຕະພັນເຝີ (ພາບ: VOV)

      ພະແນກວັດທະນະທຳ ແລະ ກິລານະຄອນ ໂຮ່ຈິມິນ ໄດ້ອະນຸຍາດໃຫ້ຫໍພິພິຕະພັນເຝີດຳເນີນການເຄື່ອນໄຫວ, ດ້ວຍການກຳນົດທິດແມ່ນແຫ່ງຮັກສາ, ເສີມຂະຫຍາຍ ແລະ ແນະນຳຄຸນຄ່າມໍລະດົກອາຫານການກິນ ຫວຽດນາມ ໄປເຖິງ ປຊຊ ຢູ່ພາຍໃນປະເທດ ແລະ ແຂກສາກົນ.    ຫໍພິພິຕະພັນເຝີມີເນື້ອທີ່ກ້ວາງປະມານ 800m²,  ໄດ້ຈັດເປັນ 3 ຊັ້ນຕາມຮູບແບບການຢ້ຽມຊົມສົມທົບກັບການຮັບປະທານອາຫານແບບຄົບວົງຈອນ ຊື່ງແກ່ຍາວປະມານ 60-75 ນາທີ. ທ່ານນາງ ຫງວຽນເກແອັງ, ຜູ້ຮ່ວມກໍ່ຕັ້ງຫໍພິພິຕະພັນເຝີ ໃຫ້ຮູ້ວ່າ:

    ພວກຂ້າພະເຈົ້າກຳລັງມຸ່ງໄປເຖິງລູກຄ້າທີ່ທີ່ມີຄວາມສົນໃຈທີ່ສຸດເຖິງການລົງຕົວຈິງກ່ຽວກັບອາຫານການກິນ ແລະ ວັດທະນະທຳມໍລະດົກ. ນີ້ແມ່ນການບໍລິການທີ່ພວກຂ້າພະເຈົ້າສະໜອງໃຫ້ແກ່ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະແມ່ນແຂກທ່ອງທ່ຽວຕ່າງປະເທດ ທີ່ມີແຜນການໄປຢ້ຽມຢາມນະຄອນ ໂຮ່ຈິມິນ ແລະ ຊອກຫາບັນດາການບໍລິການລົງຕົວຈິງທີ່ມີລັກສະນະວັດທະນະທຳພິເສດສູງ.

(ພາບ: VOV)

    ແຜນການໄປຢ້ຽມຢາມຫໍພິພິຕະພັນເຝີໄດ້ສ້າງເປັນເລື່ອງລາວທີ່ລຸລ່ວງ, ພາແຂກໄປຜ່ານສະພາບໃນປະຫວັດສາດ, ບັນຍາກາດວັດທະນະທຳ, ຊີວິດສັງຄົມຕະຫຼອດຮອດວິວັດການທີ່ເຝີໄດ້ແນະນຳອອກສູ່ໂລກ.

ໃນວັນເປີດນຳໃຊ້ກໍ່ມີແຂກຫຼາຍຄົນມາ (ພາບ: VOV)

    ເລື່ອງລາວກວ່າ 100 ປີຂອງເຝີ ໄດ້ວາດພາບຄືນຢ່າງມີຊີວິດຊີວາ ຜ່ານຟິມຮູບເງົາຢູ່ຊັ້ນ 2. ຊັ້ນ 3 ໄດ້ວາງສະແດງກວ່າ 200 ວັດຖຸພັນ, ເອກະສານ, ສິລະປະການຈັດສັນ ແລະ ບັນດາຮູບແບບການເຮັດທີ່ທັນສະໄໝ, ສ່ອງແສງໃຫ້ເຫັນວັດທະນະທຳເຝີຢູ່ 3 ພາກ ເໜືອ-ກາງ-ໃຕ້ ຫວຽດນາມ ແລະ ການພັດທະນາຂອງເຍື່ອງອາຫານນີ້ ຕິດພັນກັບປະຫວັດສາດຂອງຊາດ. ທ່ານ ເລເຍິດແທັງ, ຜູ້ອຳນວນການຫໍພິພິຕະພັນເຝີ ໃຫ້ຮູ້ວ່າ: ແຕ່ລະປີ, ຫໍພິພິຕະພັນເຝີ ຈະຄົ້ນຄ້ວາ, ພັດທະນາບັນດາຫົວເລື່ອງສະເພາະໃໝ່ກ່ຽວກັບເຝີ ແລະ ວັດທະນະທຳອາຫານການກິນ ຫວຽດນາມ, ຈະອັບເດດເນື້ອໃນວາງສະແດງ ແລະ ການເຄື່ອນໄຫວລົງຕົວຈິງເປັນປະຈຳ ເພື່ອຍົກສູງຄຸນນະພາບການຮັບໃຊ້:

   ຍີ່ປຸ່ນ ມີຫໍພິພິຕະພັນໝີ່ ຣາແມນ (ramen), ຈາກນັ້ນກໍ່ໄດ້ເລັ່ງໃຫ້ພວກຂ້າພະເຈົ້າຕັ້ງຄຳຖາມວ່າ ເປັນຫຍັງເຍື່ອງອາຫານເຝີຂອງ ຫວຽດນາມ ພັດບໍ່ມີຫໍພິພິຕະພັນສົມກັບລະດັບຄືແນວນັ້ນ. ປະຈຸບັນ, ແຂກທ່ອງທ່ຽວຕ່າງປະເທດຈະແມ່ນໜຶ່ງໃນລູກຄ້າເປົ້າໝາຍທີ່ພວກຂ້າພະເຈົ້າຢາກແຜ່ກະຈາຍຄຸນຄ່າ. ຄຽງຄູ່ກັນນັ້ນ, ບັນດາຜູ້ຮັກມັກເຝີກໍ່ຈະສາມາດຊອກຮູ້ກ່ຽວກັບເຍື່ອງອາຫານຂອງຊາດນີ້ໄດ້ຢ່າງເລິກເຊິ່ງກວ່າອີກ.

   ເມື່ອສິ້ນສຸດການລົງຕົວຈິງທີ່ສຳຜັດດ້ວຍຕາຢູ່ຊັ້ນ 2 ແລະ ເຂດວາງສະແດງຢູ່ຊັ້ນ 3, ແຂກທ່ອງທ່ຽວສາມາດຮັບປະທານເຝີໃນສະຖານທີ່ຫຼາຍຂົ້ວຢູ່ຊັ້ນ 1, ດ້ວຍລະບົບໜ້າຈໍໃຫຍ່ ສ້າງເປັນແວດລ້ອມທີ່ຫຼາກຫຼາຍການສຳຜັດ, ອັນໄດ້ນຳມາເຊິ່ງຄວາມຮູ້ສຶກວ່າ ກຳລັງໄດ້ກິນເຝີຢູ່ສະຖານທີ່ໃຫມ່ທີ່ສຸດ. ເຂດເຮືອນຄົວໄດ້ອອກແບບຕາມຮູບແບບເປີດ, ເພື່ອຊ່ວຍໃຫ້ແຂກສາມາດເບິ່ງຂັ້ນຕອນທັງໝົດ: ນັບແຕ່ການຖອກແຜ່ນເຝີ, ຕົ້ມເຝີຕະຫຼອດຮອດການເສີບເຝີຢູ່ກັບໂຕະ. ເອື້ອຍ ກີມຕວຽນ, ແຂກທີ່ມາຢ້ຽມຢາມຫໍພິພິຕະພັນເຝີ ໃຫ້ຮູ້ວ່າ:

   ເລື່ອງລາວກ່ຽວກັບວັດທະນະທຳເຝີໄດ້ເລົ່າແບບສະບາຍສະບາຍ. ວິວັດການກາຍເປັນເຝີມີໄລຍະໃດແດ່ ແລະ ເປັນຫຍັງເຝີຈິ່ງແມ່ນສຽງເວົ້າຂອງຄົນ ຫວຽດນາມ. ນີ້ແມ່ນວິວັດການທີ່ທຸກຄົນສາມາດຊອກຮູ້. ຖ້ວຍເຝີໃຫຍ່, ນ້ຳຊຸມຫອມແຊບ, ເສັ້ນເຝີໃສງາມ, ມີທັງລົດຊາດຂອງເຂດພາກເໜືອ, ພາກໃຕ້. ມາແຫ່ງນີ້ຂ້າພະເຈົ້າທັງໄດ້ຊອກຮູ້ກ່ຽວກັບວັດທະນະທຳ, ທັງໄດ້ຮັບປະທານເຝີຂອງ ຫວຽດນາມ.

    ຫໍພິພິຕະພັນເຝີໄດ້ເປີດປະຕູນັບແຕ່ 8 ໂມງຮອດ 21 ໂມງທຸກວັນ, ຂາຍປີ້ແບບຄົບວົງຈອນ ລວມມີການຢ້ຽມຊົມ, ກິນເຝີ ແລະ ຂອງຕ້ອນທີ່ລະນຶກ ດ້ວຍສະມັດຕະພາບການຮັບໃຊ້ແຂກປະມານແຕ່ 1.500-2.000 ຄົນ/ວັນ. ໃນສະພາບການທ່ອງທ່ຽວນັບມື້ນັບໄດ້ຍົກສູງປັດໄຈການລົງຕົວຈິງ, ຫໍພິພິຕະພັນເຝີ ໄດ້ຮັບຄວາມມຸ່ງຫວັງວ່າຈະແມ່ນຈຸດນັດພົບດ້ານວັດທະນະທຳ, ການທ່ອງທ່ຽວໃໝ່ຂອງນະຄອນ ໂຮ່ຈິມິນ, ແຫ່ງເຕົ້າໂຮມບັນດາຄຸນຄ່າປະຫວັດສາດ, ອາຫານການກິນ ແລະ ສິລະປະ, ມຸ່ງໄປເຖິງເປົ້າໝາຍທີ່ເປັນແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ພ້ອມທັງຮັບໃຊ້ວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກອາຫານການກິນ ຫວຽດນາມ./.

TAG
VOV/VOVworld/ຫໍ​ພິ​ພິ​ຕະ​ພັນ ​ເຝີ: ສະ​ຖານ​ທີ່​ທ່ອງ​ທ່ຽວ​ຕົວ​ຈິງ​ໃໝ່​ຢູ່​ນະ​ຄອນ ໂຮ່​ຈິ​ມິນ/ພະ​ແນກວັດ​ທະ​ນະ​ທຳ ແລະ ກິ​ລາ​ນະ​ຄອນ ໂຮ່​ຈິ​ມິນ/ທ່ານ ເລເຍິດແທັງ/ຜູ້ອຳນວນການຫໍພິພິຕະພັນເຝີ/ເອື້ອຍ ກີມຕວຽນ/ທ່ານນາງ ຫງວຽນເກແອັງ/ຜູ້ຮ່ວມກໍ່ຕັ້ງຫໍພິພິຕະພັນເຝີ/ກວ່າ 200 ວັດຖຸພັນ/ເອກະສານ/ສິລະປະການຈັດສັນ/ສະຖານທີ່ຫຼາຍຂົ້ວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ