logo

ຫໍພິພິທະພັນບັນດາເຂດວັດທະນະທຳທີ່ມີຊີວິດຊີວາ

2024/11/4 | 12:58:08
(VOVWORLD) -ດ້ວຍບົດບາດສະໜອງເຂດຄົ້ນຫາການສຶກສາຮອບດ້ານ, ບັນດາຫໍພິພິທະພັນຢູ່ ຮ່າໂນ້ຍ ໄດ້ປ່ຽນແປງໃໝ່ແບບວິທີການເຄື່ອນໄຫວ, ນຳບັນດາຜະລິດຕະພັນວັດທະນະທຳຍັບເຂົ້າໃກ້ກັບມວນຊົນຫຼາຍກວ່າ. ມີຫຼາຍເນື້ອໃນການສຶກສາຄົ້ນຫາຕິດກັບການວາງສະແດງໂອລົມສົນທະນາທັງດຶງດູດແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ ທັງເປັນການສົ່ງເສີມຈິດໃຈຮ່ຳຮຽນ, ຊຸກຍູ້ການຊອກຄົ້ນຫາ, ປະດິດຄິດສ້າງຂອງມວນຊົນ
ພວກນ້ອງນັກຮຽນໃນຊົ່ວໂມງຮຽນວິຊາປະຫວັດສາດຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ

ຸ     ປັດຈຸບັນຢູ່ ຮ່າໂນ້ຍ ມີຫໍພິພິທະພັນປະມານ 20 ແຫ່ງພ້ອມກັບບັນດາຫ້ອງວາງສະແດງ ຖືກຈັດແບ່ງຕາມສອງຫົວເລື່ອງ: ຫົວເລື່ອງປະຫວັດສາດ, ການທະຫານ ແລະ ຫົວເລື່ອງວັດທະນະທຳສິລະປະສັງຄົມ. ເລື່ອງຕິດຈອດກັນລະຫວ່າງມໍລະດົກວັດທະນະທຳ ແລະ ສິລະປະກັບການດຳລົງຊີວິດທັນສະໄໝ ໄດ້ເຮັດໃຫ້ຫໍພິພິທະພັນເພີ່ມຄວາມໃກ້ຊິດສະໜິດສະໜົມກັບມວນຊົນຫຼາຍກວ່າ. ໂດຍຖືກຕັ້ງຢູ່ຖະໜົນ ຈ່າງຕ່ຽນ, ຫໍພິພິທະພັນປະຫວັດສາດແຫ່ງຊາດ ແມ່ນກິດຈະກຳສະຖາປັດຕະຍະກຳທີ່ເປັນເອກະລັກຂອງນະຄອນຫຼວງ ເຊິ່ງແມ່ນບ່ອນເກັບຮັກສາວັດຖຸພັນເອກະສານປະຫວັດສາດວັດທະນະທຳ ຫວຽດນາມ ຫຼາຍກວ່າສອງແສນຢ່າງ ພ້ອມກັບບັນດາຮ່ອງຮອຍວັດຖຸບູຮານຂອງປະເສີດແຫ່ງຊາດ. ແຕ່ລະວັນຫໍພິພິທະພັນໄດ້ຕ້ອນຮັບຜູ້ມາຢ້ຽມຊົມຊອກຮູ້ກ່ຽວກັບມໍລະດົກໃນນັ້ນມີໄວໜຸ່ມກວມແຕ່ 60 – 70%.   

     ສຶກສາແມ່ນກິດຈະກຳທີ່ມີທ່າແຮງຂອງຫໍພິພິທະພັນປະຫວັດສາດແຫ່ງຊາດ. ປັດຈຸບັນຫໍພິພິທະພັນໄດ້ສ້າງສາມຊ່ອງຜະລິດຕະພັນສະໜອງໃຫ້ແກ່ແຕ່ລະເປົ້າໝາຍມາຢ້ຽມຊົມ. ນັ້ນແມ່ນຈັດຕັ້ງບັນດາກິດຈະກຳສຶກສາໃຫ້ແກ່ກຸ່ມຄອບຄົວ ພໍ່ແມ່ລູກເຕົ້າພ້ອມກັນເຂົ້າຮ່ວມການເຄື່ອນໄຫວຄົ້ນຫາເຊື່ອມຕໍ່ກັບບັນດາຫົວໜ່ວຍທ່ອງທ່ຽວສ້າງກິດຈະກຳທີ່ສະຫງວນໃຫ້ແກ່ໂຮງຮຽນ ໂດຍຜ່ານການເຄື່ອນໄຫວນອກລະບົບ, ລາຍການເຄື່ອນໄຫວສຶກສາທີ່ມີລັກສະນະລົງເລິກຂະແໜງ ຜ່ານການຈັດຕັ້ງບັນດາ workshop , ການພົບປະແລກປ່ຽນ, ການໂອ້ລົມສົນທະນາມຸ່ງໄປສູ່ເປົ້າໝາຍມວນຊົນພິເສດສະເພາະ. ທ່ານນາງ ປອ ລືທິແທັງເລ ຫົວໜ້າພະແນກຮຽນລະຫວ່າງຂະແໜງ ແລະ ສິລະປະ, ມະຫາວິທະຍາໄລ ຮ່າໂນ້ຍ ໃຫ້ຮູ້ວ່າ:

   “ຫໍພິພິທະພັນແມ່ນບ່ອນດຶງດູດຫຼາຍຫົວໜ່ວຍອົງການມາຮ່ວມງານ ແລະ ພັດທະນາບັນດາກິດຈະກຳສຶກສາຊຸມຊົນ. ຈະມີຫຼາຍກິດຈະກຳໂດຍຫໍພິພິທະພັນຮັບຜິດຊອບ ຫຼື ບັນດາລາຍການໂດຍຫໍພິພິທະພັນສົມທົບກັບຝ່າຍອື່ນໆປະຕິບັດ. ນອກຈາກນັ້ນກໍ່ຍັງມີບັນດາກິດຈະກຳຫັນເປັນວຽກງານສັງຄົມ ໂດຍບັນດາຝ່າຍນຳເຂົ້າຫໍພິພິທະພັນ ເພື່ອເຮັດໃຫ້ການຄົ້ນຫາດ້ານການສຶກສາເພີ່ມຄວາມອຸດົມສົມບູນ”.

 ສ່ວນຢູ່ຫໍພິພິທະພັນ ຮ່າໂນ້ຍ, ດ້ວຍທ່າໄດ້ປຽບ ແມ່ນບ່ອນເກັບຮັກສາສາງມໍລະດົກດ້ວຍເອກະສານວັດຖຸພັນຫຼາຍກວ່າ 73.000 ຢ່າງກ່ຽວກັບປະຫັວດຄວາມເປັນມາຂອງນະຄອນຫຼວງ, ຂອບເຂດກວ້າງຂວາງ, ຫໍພິພິທະພັນໄດ້ຈັດບັນດາກິດຈະກຳສຶກສາທີ່ຈັບໃຈ ຕິດພັນກັນມໍລະດົກວັດທະນະທຳບໍ່ເປັນວັດຖຸກາຍເປັນຈຸດນັດພົບຂອງຫຼາຍຄອບຄົວ, ນາງ ເຟືອງແທັງ ຢູ່ເມືອງ ຮາຍບ່າຈຶງ ຮ່າໂນ້ຍ ແບ່ງປັນວ່າ:

 “ນີ້ເປັນຄັ້ງທຳອິດທີ່ພວກເດັກໄດ້ມາຢ້ຽມຊົມບັນດາວັດຖຸພັນໂດຍກົງ. ຜ່ານນັ້ນຈະເພີ່ມລະດັບຄວາມຮູ້ຢ່າງເລິກເຊິ່ງກວ່າເກົ່າ”.

ມາຢ້ຽມຊົມຢູ່ບັນດາຫໍພິພິທະພັນທີ່ ຮ່າໂນ້ຍ, ແຂກທ່ອງທ່ຽວຈະເພີ່ມຄວາມເຂົ້າໃຈກ່ຽວກັບວັດທະນະທຳແຫ່ງຊາດ ແລະ ບັນດາອາຊີບຫັດຖະກຳ. ທ່ານ ດັ້ງມິງເຫວະ ຮອງຜູ້ອຳນວຍການຫໍພິພິທະພັນ ຮ່າໂນ້ຍ ໃຫ້ຮູ້ວ່າ:

 “ໄວໜຸມ, ນັກຮຽນ, ນັກສຶກສາໃນບໍລະເວນ ຮ່າໂນ້ຍ ແລະ ບັນດາແຂວງ ນະຄອນ ທາງພາກເໜືອ ແມ່ນເປົ້າໝາຍທີ່ພວກຂ້າພະເຈົ້າມຸ່ງໄປເຖິງໃນວຽກງານການສຶກສາ. ດ້ວຍທ່າແຮງທີ່ມີບັນດາວັດຖຸພັນເຄົ້າ, ພວກຂ້າພະເຈົ້າຈະສຶກສາອົບຮົມແບບຈັກຄຸສຳຜັດ ໂດຍອີງໃສ່ບັນດາວັດຖຸພັນ”.

ສ່ວນທ່ານນາງ ຫງວຽນທິທຸ໋ຍ ຫົວໜ້າພະແນກວິຊາສະເພາະມໍລະດົກສັງກັດຄະນະຄຸ້ມຄອງເຂດປູຊະນີຍະສະຖານ ໂກ໋ລວາ ໃຫ້ຮູ້ວ່າ:

 “ພາຍຫຼັງຄົ້ນຄວ້າເປັນເວລາສອງປີ ໂດຍອີງໃສ່ປະຫວັດສາດຂອງເຂດປູຊະນີຍະສະຖານ ໂກ໋ລວາ. ບັນດາເລື່ອງລາວກ່ຽວກັບທະນຸວິເສດ, ພວກຂ້າພະເຈົ້າສ້າງເຂດຄົ້ນຫາທີ່ເຂດປູຊະນີຍະສະຖານລະດັບຊາດພິເສດ ໂກ໋ລວາ. ລາຍການໄດ້ສ້າງບັນຍາກາດມ່ວນຊື່ນໃຫ້ແກ່ນັກຮຽນ ຜ່ານນັ້ນກໍ່ຊ່ວຍພວກນ້ອງເພີ່ມຄວາມຮັກມໍລະດົກ”.

 ການພັດທະນາຈັດຕັ້ງບັນດາກິດຈະກຳສຶກສາທີ່ຫໍພິພິທະພັນບໍ່ພຽງແຕ່ປະກອບສ່ວນນຳກິດຈະກຳຄົ້ນຫາມໍລະດົກວັດທະນະທຳ ຫວຽດນາມ ຍັບເຂົ້າໃກ້ກັບມວນຊົນຫຼາຍກວ່າເທົ່ານັ້ນ ຫາກຍັງປະກອບສ່ວນນຳຫໍພິພິທະພັນກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຜົນປະໂຫຍດອີກດ້ວຍ
TAG
VOV/VOVworld/ປະ​ຫວັດ​ສາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ