logo

ຫວຽດນາມ ຄັດຄ້ານ​​ເລື່ອງ ຈີນ ມີ​ບັນດາ​ການ​ກະທໍາ​ຜິດ​ກົດໝາຍຢູ່​ທະ​ເລ​ຕາ​ເວັນ​ອອກ

2020/8/20 | 10:54:00
(VOVWORLD) -ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນ ທີ່ດໍາເນີນໃນຕອນບ່າຍວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຄັດຄ້ານບັນດາການກະທໍາຫວ່າງມໍ່ໆມານີ້ຂອງ ຈີນ ຢູ່ເຂດໝູ່ເກາະເຈື່ອງຊາ ແລະ ຮວ່າງຊາຂອງຫວຽດນາມ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍ ຈົ່ງມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ການສ້າງສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ. 
 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: vov.vn)

   ກ່ຽວຂ້ອງເຖິງຂ່າວຄາວທີ່ວ່າ ຈີນ ໄດ້ຈັດສົ່ງເຮືອບິນຖີ້ມລະເບີດໄປຍັງເກາະຝູເລິມ ຂຶ້ນກັບໝູ່ເກາະ ຮວ່າງຊາ ຂອງ ຫວຽດນາມ ເມື່ອຕົ້ນເດືອນສິງຫານີ້, ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຢັ້ງຢືນວ່າ ນີ້ແມ່ນການເຄື່ອນໄຫວລ່ວງລໍ້າອະທິປະໄຕຂອງຫວຽດນາມ.

        “ຄືດັ່ງໄດ້ຢັ້ງຢືນມາເປັນຫຼາຍຄັ້ງແລ້ວ, ໝູ່ເກາະເຈື່ອງຊາ ແລະ ຮວ່າງຊາ ແມ່ນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກເຂດນໍ້າແດນດິນຂອງ ຫວຽດນາມໄດ້. ຫວຽດນາມ ມີພະຍານຫຼັກຖານດ້ານນິຕິກໍາ ແລະ ປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນ ສໍາລັບ 2 ໝູ່ເກາະ ດັ່ງກ່າວແມ່ນສອດຄ່ອງກັບກົດໝາຍສາກົນ. ເລື່ອງບັນດາຝ່າຍໄດ້ນໍາເອົາອາວຸດປະເພດຕ່າງໆ ກໍຄື ເຮືອບິນສູ້ຮົບ ເຂົ້າໄປຍັງໝູ່ເກາະ  ຮວ່າງຊາ ນັ້ນ, ບໍ່ພຽງແຕ່ແມ່ນການລ່ວງລໍ້າອະທິປະໄຕຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ພວກຂ້າພະເຈົ້າ ຮຽກຮ້ອງໃຫ້ບັນດາຝ່າຍ ຕ້ອງມີການປະກອບສ່ວນຢ່າງມີຄວາມຮັບຜິດຊອບໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ທະເລຕາເວັນອອກ.”

ກໍ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງກຳປັ່ນຕຳຫຼວດທະເລຂອງ ຈີນ ຢູ່ເຂດໃກ້ກັບໄຫຼ່ທະວີບຂອງ ຫວຽດນາມ ໃນໄລຍະຜ່ານມາ, ທ່ານນາງ ເລທິທຸູຮັ່ງ ເນັ້ນໜັກວ່າ ຫວຽດນາມ ຈະປົກປ້ອງສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງ ຫວຽດນາມ ຢູ່ທະເລຕາເວັນອອກ:

ບັນດາກຳລັງທີ່ມີໜ້າທີ່ປ້ອງກັນທະເລຂອງ ຫວຽດນາມ ຍາມໃດກໍ່ຕິດຕາມກວດກາຢ່າງແໜ້ນແຟ້ນທຸກການກະທຳຢູ່ທະເລຕາເວັນອອກ ແລະ ປະຕິບັດກົດໝາຍໂດຍສັນຕິວິທີ, ຖືກຕ້ອງຕາມກົດໝາຍຢູ່ເຂດທະເລຂອງ ຫວຽດນາມ ເພື່ອປົກປັກຮັກສາອະທິປະໄຕ, ບັນດາສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງ ຫວຽດນາມ.

ຕາມທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ແລ້ວ, ທຸກການເຄື່ອນໄຫວຂອງບັນດາຝ່າຍຕ້ອງເຄົາລົບກົດໝາຍສາກົນຢ່າງເຮັ້ມງວດ, ເຄົາລົບອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານຂອງບັນດາປະເທດກ່ຽວຂ້ອງຢູ່ບັນດາເຂດທະເລໄດ້ກຳນົດຢ່າງເໝາະສົມກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982./.

TAG
VOV/VOVworld/ຮວ່າງຊາ/ເຈື່ອງຊາ/ອະທິປະໄຕ/ລ່ວງລໍ້າ/ເຮືອບິນຖິ້ມລະເບີດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ