
(ພາບ : http://biendong.vntime.vn)
ພວກເຮົາຖືວ່າ ສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພໃນການເດີນທະເລຢູ່ທະເລຕາເວັນອອກແມ່ນຜົນປະໂຫຍດລວມຂອງພາກພື້ນ ແລະທຸກປະເທດ. ບັນດາຝ່າຍທີ່ກ່ຽວຂ້ອງຄວນແກ້ໄຂການພິພາດ ດ້ວຍມາດຕະການສັນຕິພາບ, ປະຕິບັດຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາວ່າດ້ວຍທະເລຂອງ ສະຫະປະຊາຊາດ ເມື່ອປີ 1982. ຫວຽດນາມຊົມເຊີຍເລື່ອງອາຊຽນ ແລະຈີນ ເຫັນດີເປັນເອກະສັນສືບຕໍ່ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ ແລະມຸ້ງໄປເຖິງເລື່ອງສ້າງຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ໃນເຂດທະເລຕາເວັນອອກ.




