logo

ຫວຽດນາມ​ຊົມ​ເຊີຍຫຼັກໝັ້ນຂອງບັນດາ​ປະ​ເທດ​ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ສອດ​ຄ່ອງ​ກັບກົດ​ໝາຍສາກົນ

2020/7/15 | 11:28:09
(VOVWORLD) - ຫວຽດນາມ ຊົມເຊີຍຫຼັກໝັ້ນຂອງບັນດາປະເທດກ່ຽວກັບບັນຫາທະເລຕາເວັນອອກ ແມ່ນສອດຄ່ອງກັບກົດໝາຍສາກົນ ແລະ ແບ່ງປັນທັດສະນະ, ຄືໄດ້ຍົກອອກໃນຖະແຫຼງການໃນກອງປະຊຸມສຸດຍອດ ອາຊຽນ 36 ວ່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແມ່ນຂອບເຂດນິຕິກໍາດັດປັບການເຄື່ອນໄຫວທຸກຢ່າງຢູ່ທະເລ ແລະ ມະຫາສະໝຸດ.
ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ 

        ວັນທີ 15 ກໍລະກົດ, ໂດຍກ່ຽວຂ້ອງເຖິງຄໍາຖະແຫຼງຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ກ່ຽວກັບຫຼັກໝັ້ນຂອງ ອາເມລິກາ ສໍາລັບບັນດາຄໍາຮຽກທວງສິດຢູ່ທະເລຕາເວັນອອກ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ:

        ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ທະເລຕາເວັນອອກ ແມ່ນຄວາມໄຝຝັນ ແລະ ເປົ້າໝາຍລວມຂອງບັນດາປະເທດຢູ່ທະເລຕາເວັນອອກ, ພາກພື້ນ ແລະ ປະຊາຄົມສາກົນ. ເລື່ອງເຄົາລົບຄວາມເປັນລະບຽບຮຽບຮ້ອຍດ້ານນິຕິກໍາຢູ່ທະເລ ແລະ ປະຕິບັດສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຢ່າງຄົບຖ້ວນ, ດ້ວຍເຈດຕະນາດີ ແລະ ມີຄວາມຮັບຜິດຊອບ ແມ່ນມີຄວາມໝາຍສໍາຄັນເພື່ອບັນລຸໄດ້ບັນດາເປົ້າໝາຍດັ່ງກ່າວ.

    ຫວຽດນາມ ຊົມເຊີຍຫຼັກໝັ້ນຂອງບັນດາປະເທດກ່ຽວກັບບັນຫາທະເລຕາເວັນອອກ ແມ່ນສອດຄ່ອງກັບກົດໝາຍສາກົນ ແລະ ແບ່ງປັນທັດສະນະ, ຄືໄດ້ຍົກອອກໃນຖະແຫຼງການໃນກອງປະຊຸມສຸດຍອດ ອາຊຽນ 36 ວ່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແມ່ນຂອບເຂດນິຕິກໍາດັດປັບການເຄື່ອນໄຫວທຸກຢ່າງຢູ່ທະເລ ແລະ ມະຫາສະໝຸດ.

     ຫວຽດນາມ ປາດຖະໜາວ່າ ບັນດາປະເທດ ຈະມານະພະຍາຍາມປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ຢູ່ທະເລຕາເວັນອອກ ແລະ ແກ້ໄຂບັນດາການຂັດແຍ້ງກັນ ຜ່ານການເຈລະຈາ ພ້ອມກັບບັນດາມາດຕະການອື່ນໂດຍສັນຕິວິທີ ຕາມກົດໝາຍສາກົນ ເພື່ອຜົນປະໂຫຍດລວມ, ເໝາະສົມກັບຄວາມໄຝຝັນຂອງບັນດາປະເທດໃນພາກພື້ນ ແລະ ປະຊາຄົມສາກົນ. ຫວຽດນາມ ຍາມໃດກໍປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າໃນຂະບວນວິວັດດັ່ງກ່າວ.

TAG
VOV/VOVworld/ຫຼັກໝັ້ນ/ທະເລຕາເວັນອອກ/ຊົມເຊີຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ