logo

ຫວຽດ​ນາ​ມ ຊ່ວຍ​ລາວ​ສ້າງ​ ສະ​ຖາ​ບັນ​ການ​ເມືອງ - ການ​ປົກ​ຄອງ​ແຫ່ງ​ຊາດເຂດ​ພາກ​ໃຕ້ ລາວ

2025/12/4 | 07:30:54
(VOVWORLD) - ພິທີວາງສິລະລຶກ ແມ່ນເຫດການປະຫວັດສາດເພື່ອແນໃສ່ສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 50 ປີ (1975-2025), ສະຫຼອງວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (1920-2025), ມຸ່ງໄປເຖິງຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິບັດລາວ
ພິທີວາງສິລະລຶກ ໂຄງການກໍ່ສ້າງ ສະຖາບັນການເມືອງ - ການປົກຄອງແຫ່ງຊາດທາງພາກໃຕ້ ລາວ 
(ພາບ: VOV)

ພິທີວາງສິລະລຶກ ໂຄງການກໍ່ສ້າງ ສະຖາບັນການເມືອງ - ການປົກຄອງແຫ່ງຊາດທາງພາກໃຕ້ ລາວ ໄດ້ດຳເນີນໃນວັນທີ 3 ທັນວາ ຢູ່ແຂວງ ຈຳປາສັກ, ລາວ ດ້ວຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ, ທ່ານ ຫງວຽນຊວັນທັ້ງ ຜູ້ອຳນວຍການ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການຂອງສອງປະເທດ ຫວຽດນາມ ແລະ ລາວ.

ພິທີວາງສິລະລຶກ ແມ່ນເຫດການປະຫວັດສາດເພື່ອແນໃສ່ສະເຫຼີມສະຫຼອງວັນຊາດ ລາວ ຄົບຮອບ 50 ປີ (1975-2025), ສະຫຼອງວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (1920-2025), ມຸ່ງໄປເຖິງຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິບັດລາວ. ນີ້ກໍ່ແມ່ນໂຄງການສ້າງຂີດໝາຍແຫ່ງການຮ່ວມມືທີ່ເລິກເຊິ່ງລະຫວ່າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ, ບຳລຸງສ້າງຖັນແຖວພະນັກງານໃຫ້ແກ່ພັກ ແລະ ລັດ ລາວ.

TAG
VOV/VOVworld/ລາວ/ຫວຽດ​ນາມ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ