logo

ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ຮ່ວມ​ມື​ກັບ​ປະ​ຊາ​ຄົມ ຝ​ລັ່ງ ໂກ​ໂຟ​ນີ ເປັນ​ສຳ​ຄັນ

2026/3/7 | 08:38:23
(VOVWORLD) -        ຕອນບ່າຍວັນທີ 06 ມີນາ, ທີ່ຮ່າໂນ້ຍ, ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບທ່ານນາງ Louise Mushikiwabo ເລຂາທິການໃຫຍ່ ອົງການ ຝລັ່ງ ໂກໂຟນີ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລຮວ່າຍຈູງ ແລະ ທ່ານນາງ Louise Mushikiwabo ເລຂາທິການໃຫຍ່ ອົງການ ຝລັ່ງ ໂກໂຟນີ (ພາບ: ກະຊວງການຕ່າງປະເທດ)

ໃນການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລຮວ່າຍຈູງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນການຮ່ວມມືກັບປະຊາຄົມ ຝລັ່ງ ໂກໂຟນີ ແລະ ສະແດງຄວາມປິຕິຊົມຊື່ນເມື່ອເຫັນສາຍພົວພັນຮ່ວມມືລະຫວ່າງ ຫວຽດນາມ - ປະຊາຄົມ ຝລັ່ງ ໂກໂຟນີ ສືບຕໍ່ໄດ້ຮັບການປັບປຸງ, ເພີ່ມທະວີ. ທ່ານລັດຖະມົນຕີເນັ້ນໜັກວ່າ ໂດຍເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມ ຝລັ່ງ ໂກໂຟນີ, ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງປະຊາຄົມຝລັ່ງ ໂກໂຟນີ  ເພື່ອແນໃສ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຢູ່ບັນດາປະເທດສະມາຊິກ ແລະ ໃນໂລກ. ທ່ານລັດຖະມົນຕີກໍສະເໜີໃຫ້ອົງການສາກົນ ຝລັ່ງ ໂກໂຟນີ (OIF) ເພີ່ມທະວີເສົາຄ້ຳຮ່ວມມືທາງດ້ານເສດຖະກິດ, ໃນນັ້ນ ໜູນຊ່ວຍຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາສະມາຊິກຝລັ່ງ ໂກໂຟນີ ກ່ຽວກັບວິທະຍາສາດ - ເຕັກໂນໂລຢີ, ຫັນເປັນດີຈີຕອນ, ວັດທະນະທຳ, ການສຶກສາ, ຮ່ວມມືກັບບັນດາປະເທດ ອາຟະລິກາ ທີ່ເປັນສະມາຊິກຂອງ ຝລັ່ງ ໂກໂຟນີ, ປັບປຸງການສອນພາສາ ຝລັ່ງ ຢູ່ ຫວຽດນາມ.

        ທ່ານນາງເລຂາທິການໃຫຍ່ ອົງການ ຝລັ່ງ ໂກໂຟນີ Louise Mushikiwabo ຢັ້ງຢືນວ່າ ຈະພ້ອມກັບ ຫວຽດນາມ ແລະ ບັນດາປະເທດສະມາຊິກອື່ນ ເພີ່ມທະວີການຮ່ວມມື, ຄວາມສາມັກຄີເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນ.

TAG
VOV/VOVworld/ອົງການ ຝລັ່ງ ໂກໂຟນີ/ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ