logo

ຫວຽດ​ນາມ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ປະ​ຊຸມ​ບັນ​ດາ​ຜູ້​ນຳ​​ຂະ​ແໜງ​ເສ​ນາ​ຮັກ ອາ​ຊຽນ

2025/7/2 | 07:50:14
(VOVWORLD) -     ຫົວຂໍ້ຂອງກອງປະຊຸມປີນີ້ແມ່ນ “ເພີ່ມທະວີການຮ່ວມມືດ້ານເສນາຮັກ ອາຊຽນ ຈາກວິກິດການທົ່ວໂລກ ໄປສູ່ສັງກາດເຕັກໂນໂລຢີປັນຍາປະດິດ”. ນີ້ແມ່ນເວທີປາໄສສຳລັບບັນດາຜູ້ນຳຂະແໜງເສນາຮັກ ອາຊຽນ ເພື່ອແນໃສ່ມີປະຕິກິລິຍາຕໍ່ໜ້າບັນດາສິ່ງທ້າທາຍທົ່ວໂລກ ແລະ ພາກພື້ນ ໃຫ້ນັບມື້ນັບສັບສົນ.
ຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ກອງປະຊຸມບັນດາຜູ້ນຳຂະແໜງເສນາຮັກບັນດາປະເທດ ອາຊຽນ ຄັ້ງທີ 12 ໄດ້ດຳເນີນຢູ່ ຈາກາຕາ, ອິນໂດເນເຊຍ ແຕ່ວັນທີ 30 ມິຖຸນາ ຫາວັນທີ 01 ກໍລະກົດ 2025 ດ້ວຍການເຂົ້າຮ່ວມຂອງ 10 ປະເທດ ອາຊຽນ ແລະ Timor – Leste, ເຊິ່ງເປັນປະເທດສັງເກດການ.

        ຫົວຂໍ້ຂອງກອງປະຊຸມປີນີ້ແມ່ນ “ເພີ່ມທະວີການຮ່ວມມືດ້ານເສນາຮັກ ອາຊຽນ ຈາກວິກິດການທົ່ວໂລກ ໄປສູ່ສັງກາດເຕັກໂນໂລຢີປັນຍາປະດິດ”. ນີ້ແມ່ນເວທີປາໄສສຳລັບບັນດາຜູ້ນຳຂະແໜງເສນາຮັກ ອາຊຽນ ເພື່ອແນໃສ່ມີປະຕິກິລິຍາຕໍ່ໜ້າບັນດາສິ່ງທ້າທາຍທົ່ວໂລກ ແລະ ພາກພື້ນ ໃຫ້ນັບມື້ນັບສັບສົນ, ລວມທັງໄພພິບັດທຳມະຊາດ, ວິກິດການດ້ານມະນຸດສະທຳ ແລະ ຄວາມສ່ຽງຂອງບັນດາພະຍາດຕິດຕໍ່ ອາດຈະແຜ່ລາມກາຍເປັນໂລກລະບາດ.

        ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນຈັດຕະວາ ສາດສະດາຈານ. ປະລິນຍາເອກ ຫງວຽນເຈື່ອງຢາງ, ຫົວໜ້າກົມເສນາຮັກເປັນຫົວໜ້າຄະນະ ໄດ້ຕັ້ງໜ້າເຂົ້າຮ່ວມການປຶກສາຫາລື, ປະກອບສ່ວນເຂົ້າໃນກອງປະຊຸມ. ເສນາຮັກ ຫວຽດນາມ ພວມໃນໄລຍະປະຕິບັດການຫັນເປັນດີຈີຕອນຢ່າງແຮງ ແລະ ມີຄວາມປາດຖະໜາຢາກຮ່ວມມື, ແລກປ່ຽນບົດຮຽນປະສົບການກັບເສນາຮັກບັນດາປະເທດ ອາຊຽນ.

TAG
VOV/VOVworld/ເສ​ນາ​ຮັກ​/ໂລກ​ລະ​ບາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ