logo

ຫວຽດ​ນາມ ຖື​ອາ​ເມ​ລິ​ກາ ແມ່​ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື ທີ່​ສຳ​ຄັນ​ແຖວ​ໜ້າ

2026/3/9 | 14:53:07
(VOVWORLD) - ຫວຽດນາມ ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນແຖວໜ້າ, ປາດຖະໜາຢາກການຮ່ວມມືລະຫວ່າງສອງປະເທດສືບຕໍ່ພັດທະນາຖືກກັບລະດັບຍຸດທະສາດຮອບດ້ານ, ໃນນັ້ນມີການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ ເຕັກໂນໂລຢີ ແລະ ນະວັດຕະກຳ ສືບຕໍ່ແມ່ນກຳລັງໜູນຫຼັກແຫຼ່ງ
 ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບທ່ານ Scott Strazik ປະທານທັງເປັນຜູ້ອຳນວຍການໃຫຍ່ ຝ່າຍບໍລິຫານກຸ່ມບໍລິສັດ GE Vernova ຂອງອາເມລິກາ (ພາບ: TTXVN)

ຕອນບ່າຍວັນທີ 9 ມີນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Scott Strazik ປະທານທັງເປັນຜູ້ອຳນວຍການໃຫຍ່ ຝ່າຍບໍລິຫານກຸ່ມບໍລິສັດ GE Vernova ຂອງອາເມລິກາ.

ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນແຖວໜ້າ, ປາດຖະໜາຢາກການຮ່ວມມືລະຫວ່າງສອງປະເທດສືບຕໍ່ພັດທະນາຖືກກັບລະດັບຍຸດທະສາດຮອບດ້ານ, ໃນນັ້ນມີການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ ເຕັກໂນໂລຢີ ແລະ ນະວັດຕະກຳ ສືບຕໍ່ແມ່ນກຳລັງໜູນຫຼັກແຫຼ່ງ, ເປັນຮູບແບບໃຫ້ແກ່ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃນການພົວພັນສາກົນ.

ສ່ວນທ່ານ Scott Strazik ປະທານທັງເປັນຜູ້ອຳນວຍການໃຫຍ່ ຝ່າຍບໍລິຫານກຸ່ມບໍລິສັດ GE Vernova ໃຫ້ຮູ້ວ່າກຸ່ມບໍລິສັດເລືອກເອົາ ຫວຽດນາມ ແມ່ນປະເທດອາຊີທຳອິດຈັດກອງປະຊຸມພະລັງງານປະຈຳປີ, ເຕົ້າໂຮມການນຳກວ່າ 100 ທ່ານມາຈາກບັນດາກຸ່ມບໍລິສັດພະລັງງານແຖວໜ້າໂລກ, ຜ່ານນັ້ນເປີດສາກໃຫ້ແກ່ໄລຍະພັດທນະໃໝ່ໃນການຮ່ວມມືຂອງ GE Vernova ກັບ ຫວຽດນາມ ແລະ ພາກພື້ນ. ທ່ານ Scott Strazik ຢັ້ງຢືນວ່າກຸ່ມບໍລິສັດ ຮ່ວມເດີນທາງກັບ ຫວຽດນາມ ບໍ່ພຽງແຕ່ໃນເປົ້າໝາຍຄ້ຳປະກັນຄວາມໝັ້ນຄົງດ້ານພະລັງງານເທົ່ານັ້ນຫາກຍັງໃນວິວັດການຜັນຂະຫຍາຍບັນດາເປົ້າໝາຍພັດທະນາເສດຖະກິດ, ສັງຄົມຂອງ ຫວຽດນາມອີກດ້ວຍ.

TAG
VOV/VOVworld/ການ​ພົວ​ພັນ/ຫວຽດ​ນາມ/ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ