logo

ຫວຽດນາມ ຖືເປັນສຳຄັນການຮ່ວມມືດ້ານພະລັງງານກັບວິສາຫະກິດ ອາເມລິກາ

2026/3/11 | 08:40:07
(VOVWORLD) - ວັນທີ 10 ມີນາ, ຢູ່ ຮ່າໂນ້ຍ, ກຸ່ມບໍລິສັດ GE Vernova Inc, ອາເມລິກາ ໄດ້ຈັດເວທີປາໄສພະລັງງານແຫ່ງການສ້າງການປ່ຽນແປງ.
  ທ່ານ ເລແມ້ງຮຸ່ງ, ຜູ້ຮັກສາການລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ, ກ່າວຄຳເຫັນທີ່ເວທີປາໄສ
(ພາບ: MOIT)

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ເລແມ້ງຮຸ່ງ, ຜູ້ຮັກສາການລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາບັນລຸເປົ້າໝາຍການປ່ອຍອາຍພິດລົງເປັນ “0” ໃນປີ 2050 ທີ່ບັນດາກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ປີ 2021. ເພື່ອປະຕິບັດໄດ້ເປົ້າໝາຍດັ່ງກ່າວ, ຫວຽດນາມ ຕ້ອງມີການຮ່ວມມືຢ່າງແໜ້ນແຟ້ນຂອງບັນດາຄູ່ຮ່ວມມືສາກົນ, ພິເສດແມ່ນບັນດາວິສາຫະກິດ ແລະ ກຸ່ມບໍລິສັດເຕັກໂນໂລຊີພະລັງງານແຖວໜ້າໂລກ.

“ດ້ວຍບົດບາດແມ່ນອົງການຄຸ້ມຄອງຂອງລັດໃນຂົງເຂດພະລັງງານ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບວິສາຫະກິດສາກົນ ໃນວິວັດການພັດທະນາລະບົບພະລັງງານຂອງ ຫວຽດນາມ. ໃນໄລຍະຈະມາເຖິງ, ທາງກະຊວງຈະສືບຕໍ່ເປັນເສນາທິການກັບຂັ້ນທີ່ມີສິດອຳນາດເພື່ອສ້າງແລວທາງນິຕິກຳໃຫ້ສົມບູນແບບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ຊຸກຍູ້ບັນດາກົນໄກຮ່ວມມື ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດເຂົ້າຮ່ວມການພັດທະນາບັນດາໂຄງການພະລັງງານຢູ່ ຫວຽດນາມ ຢ່າງເລິກເຊິ່ງກວ່າ”.

ໃນຂະນະນັ້ນ, ທ່ານ Roger Martella, ຜູ້ອຳນວຍການໃຫຍ່ຄຸ້ມຄອງວິສາຫະກິດທົ່ວໂລກຂອງ GE Vernova, ເນັ້ນໜັກວ່າ:

“ພວກຂ້າພະເຈົ້າຍາມໃດກໍ່ກຳນົດນິຍາມວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຍຸດທະສາດທີ່ສຸດໃນທົ່ວໂລກ ນັບທັງການພັດທະນາເສດຖະກິດ ແລະ ພະລັງງານ. ນັບແຕ່ຈຸດເວລາທີ່ພວກຂ້າພະເຈົ້າປຶກສາຫາລືກ່ຽວກັບຍຸດທະສາດດຳເນີນທຸລະກິດກ່ອນນີ້ 4 ປີ, ພວກຂ້າພະເຈົ້າໄດ້ຖື ຫວຽດນາມ ຄືດັ່ງຈຸດນັດພົບເປົ້າໝາຍຂອງຕົນ ກໍຄືແມ່ນໜຶ່ງໃນບັນດາຄູ່ຮ່ວມມືພັດທະນາຂອງພວກຂ້າພະເຈົ້າໃນວິວັດການເດີນທາງນີ້”.

TAG
VOV/VOVworld/ພະ​ລັງ​ງານ/​ອຸດ​ສາ​ຫະ​ກຳ​/ການ​ຄ້າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ