logo

ຫວຽດນາມ ບໍ່ຮັບຮອງເອົາ “ເສັ້ນ 9 ຕອນ” ຂອງ ຈີນ ຢູ່ທະເລຕາເວັນອອກ

2020/3/21 | 09:33:27
(VOVWORLD) -  ວັນທີ 20 ມີນາ 2020, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ສື່ສັງຄົມອອນລາຍທີ່ຈົດທະບຽນເປັນອົງການຕາງ ໜ້າຂອງ ຈີນ ຢູ່ ຕ່າງປະເທດໄດ້ເອົາຮູບ ແຜນທີ່ ຈີນ ທີ່ມີ “ເສັ້ນ 9 ຕອນ” ລົງໃນ ສື່ດັ່ງກ່າວ. 

ໂຄສົກກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ: ຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກແມ່ນຈະແຈ້ງ ແລະ ມີຄວາມສະເໝີຕົ້ນສະເໝີປາຍ.

 ທ່ານນາງ ເລທິທູຮັ່ງ 

        ຫວຽດນາມ ມີພື້ນຖານນິຕິກຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສຳລັບໝູ່ເກາະ ຮ່ວາງຊາ ແລະ ໝູ່ເກາະ ເຈື່ອງຊາ, ກໍ່ຄືອະທິປະໄຕ, ສິດອະທິປະໄຕ, ສິດພິພາກສາສຳລັບບັນດາເຂດທະເລ ທີ່ໄດ້ ກຳນົດຢ່າງ ເໝາະສົມກັບຂໍ້ກຳນົດຂອງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຕາມນັ້ນແລ້ວ, ຫວຽດນາມ ບໍ່ຮັບຮູ້ບໍ່ວ່າການຮຽກສິດທາງທະເລໃດໆຂອງ ຈີນ ທີ່ອີງໃສ່ “ເສັ້ນ 9 ຕອນ” ຂອງ ຈີນ ຢູ່ທະເລຕາເວັນອອກ.

TAG
VOV/VOVworld/ເສັ້ນ 9 ຕອນ/ຈີນ/ທະເລຕາເວັນອອກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ