logo

ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ເກຼັກ​ເລິກ​ເຊິ່ງກວ່າ​ອີກ

2026/3/2 | 11:36:38
(VOVWORLD) -  ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ, ການຮ່ວມມື ໃນຫຼາຍດ້ານລະຫວ່າງສອງປະເທດ ຜ່ານການຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຊ່ອງທາງ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ການຕ້ອນຮັບທ່ານຮອງປະທານ ຜູ້ທີໜຶ່ງ ສະພາແຫ່ງຊາດ ເກຼັກ Ioannis Plakiotakis (ພາບ: VOV)

ຕອນບ່າຍວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານ ຜູ້ທີໜຶ່ງ ສະພາແຫ່ງຊາດ ເກຼັກ Ioannis Plakiotakis ໃນໂອກາດມາຢ້ຽມຢາມຫວຽດນາມ ແຕ່ວັນທີ 28 ກຸມພາ - 5 ມີນາ 2026. ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍກັບ ເກຼັກ ເລິກເຊິ່ງກວ່າອີກ. ທ່ານປະທານສະພາແຫ່ງຊາດສະເໜີສອງຝ່າຍສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດ ຜ່ານການຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຊ່ອງທາງ.

ສ່ວນທ່ານ Ioannis Plakiotakis ຮອງປະທານສະພາແຫ່ງຊາດ ເກຼັກ ຢັ້ງຢືນວ່າ ເກຼັກ ປາດຖະໜາຢາກຊຸກຍູ້ການຮ່ວມມືຢ່າງຮອບດ້ານຂອງສອງປະເທດໃນທຸກຊ່ອງທາງລັດຖະສະພາ ແລະ ອຳນາດການປົກຄອງ, ໃນຂອບເຂດສປຊ ດ້ວຍບົດບາດເປັນກຳມະການບໍ່ຖາວອນຂອງ ສະພາຄວາມໝັ້ນຄົງ ສປຊ.

TAG
VOV/VOVworld/ຫວຽດ​ນາມ/ເກຼັກ/ການ​ພົວ​ພັນ/ສະ​ພາ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ