logo

ຫວຽດ​ນາມ ມີ​ນາຍ​ທະ​ຫານ​ສູ້​ຮົບ​ການ​ທະ​ຫານ​ປະ​ສົມ​ປະ​ຈຳ UNISFA ເປັນ​ຄັ້ງ​ທຳ​ອິດ

2026/3/27 | 07:44:19
(VOVWORLD) -    ຕອນເຊົ້າວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີມອບຂໍ້ຕົກລົງຂອງປະທານປະເທດ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ແກ່ ນາຍທະຫານ 2 ສະຫາຍ ເດີນທາງໄປປະຕິບັດໜ້າທີ່ຢູ່ຄະນະຮັກສາສັນຕິພາບ ສປຊ ປະຈຳ Abyei (UNISFA) ແລະ ຄະນະຝຶກແອບຂອງ ສະຫະພາບເອີຣົບ.
ສະຫາຍ ພົນໂທ ຫງວຽນເຈື່ອງຖັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄຳເຫັນໃນພິທີ (ພາບ: qdnd.vn)

ຕາມນັ້ນແລ້ວ, ສະຫາຍ ພັນຕີ ຫງວຽນງອກລິງ ຈະໄດ້ຮັບຜິດຊອບຕຳແໜ່ງ ນາຍທະຫານສູ້ຮົບການທະຫານປະສົມ (SO JMOC) ປະຈຳ ຄະນະ UNISFA, ເຂດ Abyei. ສະຫາຍ ພັນຕີ ເຈິ່ນຖາຍເຊີນ ຮັບດຳລົງຕຳແໜ່ງທີ່ປຶກສາ ແລະ ຜູ້ປະສານງານການຝຶກແອບຢູ່ຄະນະຝຶກແອບຂອງ ສະຫະພາບເອີຣົບ ປະຈຳ ສ. ອາຟະລິກາກາງ.

        ເມື່ອເປັນປະທານພິທີມອບຂໍ້ຕົກລົງ, ສະຫາຍ ພົນໂທ ຫງວຽນເຈື່ອງຖັງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເນັ້ນໜັກວ່າ ເລື່ອງສົ່ງບັນດານາຍທະຫານເຂົ້າຮ່ວມໜ້າທີ່ສາກົນແມ່ນສືບຕໍ່ຢັ້ງຢືນອິດທິພົນຊື່ສຽງ, ຄວາມຮັບຜິດຊອບ ແລະ ບົດບາດອັນຕັ້ງໜ້າຂອງ ຫວຽດນາມ ໃນເວທີສາກົນ.

ບັນດາຍາກາດຂອງພິທີ (ພາບ: qdnd.vn)

        ໄລ່ມາຮອດປັດຈຸບັນ, ຫວຽດນາມ ໄດ້ສົ່ງນາຍທະຫານກວ່າ 1.300 ເທື່ອຄົນ ໄປເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ບັນດາຄະນະ ແລະ ອົງການຂອງ ສປຊ ແລ້ວ.

TAG
VOV/VOVworld/ນາຍທະຫານສູ້ຮົບການທະຫານປະສົມ/UNISFA

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ