logo

ຫວຽດ​ນາມມອບ​ຕຳ​ແໜ່ງ​ປະ​ທານ ADMM, ADMM+ ໃຫ້​ແກ່​ບ​ຣູ​ໄນ

2020/12/10 | 11:14:33
(VOVWORLD) - ວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ຫວຽດນາມໄດ້ມອບຕຳແໜ່ງປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ (ADMM) ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກ້ວາງ (ADMM+) ໃຫ້ບຣູໄນ, ປະເທດປະທານອາຊຽນ 2021.
ທ່ານໂງຊວັນລິກລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄຳເຫັນພິທີມອບຮັບ ຕຳແໜ່ງປະທານ ADMM, ADMM+

ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານພົນເອກໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ ບໍ່ພຽງແຕ່ ຫວຽດນາມເທົ່ານັ້ນ ຫາບັນດາປະເທດສະມາຊິກ ADMM+ ທັງໝົດກໍ່ຈະຕັ້ງໜ້າສະໜັບສະໜູນ ບຣູໄນໃນຖາຕະຕຳແໜ່ງເປັນປະທານອາຊຽນ 2021.

ກ່ອນໜ້ານັ້ນ, ກອງປະຊຸມ ADMM+ ຄັ້ງທີ 7 ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງ ADMM+ ເຊິ່ງລວມມີ 7 ຂໍ້, ໃນນັ້ນລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ໄດ້ຢັ້ງຢືນຄືນຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນ, ກໍ່ຄືຄວາມຈຳເປັນຕ້ອງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມເຊື່ອໝັ້ນຕໍ່ກັນ, ຫຼີກລ້ຽງການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ປະຕິບັດຕາມມາດຕະການແກ້ໄຂການປະທະກັນໂດຍສັນຕິວິທີ, ຖະແຫຼງການກໍ່ຮັບຮູ້ຄວາມສຳຄັນຂອງເລື່ອງ ADMM+ຕ້ອງຜັນຂະຫຍາຍບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງແທດຈິງ ແລະ ສະແດງຄວາມຊົມເຊີຍຕໍ່ການຈັດຕັ້ງກອງປະຊຸມ ADMM + ຄັ້ງທີ 8 ຢູ່ບຣູໄນໃນປີ 2021.

TAG
VOV/VOVworld/ADMM/ADMM+/​ບ​ຣູ​ໄນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ