logo

ຫ​ວຽດ​ນາມ ມາ​ນະ​ພະ​ຍາ​ຍາມ ປະ​ຕິ​ບັດ​ສຳ​ເລັດບົດ​ບາດ ເປັນ ປະ​ທານ ປະ​ຊາ​ຄົມ ວັດ​ທະ​ນະ​ທຳ - ສັງ​ຄົມ ອາ​ຊຽນ

2020/1/27 | 07:40:00
(VOVWORLD) -  ປີ 2020, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສຸມໃສ່ຜັນຂະຫຍາຍບັນດາມາດຕະການເພື່ອ ປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ, ໃນນັ້ນ ຈະສຸມໃສ່ ຕິດພັນກັບບັນດາເນື້ອໃນບຸລິມະສິດຂອງ ຄະນະກຳມະການແຫ່ງຊາດ ກ່ຽວກັບ ອາຊຽນ ກໍ່ຄື ທ່ານນາຍົກລັດຖະມົນຕີຊີ້ນຳ ເພື່ອປະກອບສ່ວນຊ່ວຍໃຫ້ ຫວຽດນາມ ປະຕິບັດສຳເລັດບົດບາດເປັນປະທານ ປະຊາຄົມ ວັດທະນະທຳ - ສັງຄົມ ອາຊຽນ ໃນປີນີ້. 

ທ່ານ ດ່າວງອກຢຸງ ລັດຖະມົນຕີ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ

(ພາບ: TTXVN)

ທ່ານ ດ່າວງອກຢຸງ ລັດຖະມົນຕີ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ ດ້ວຍຖານະເປັນປະທານຂອງ ປະຊາຄົມວັດທະນະທຳ - ສັງຄົມ ໃນປີ 2020, ຫວຽດນາມ ຈະສຸມໃສ່ 5 ເນື້ອໃນບຸລິມະສິດ ເຊິ່ງ ຄະນະກຳມະການແຫ່ງຊາດ ກ່ຽວກັບ ອາຊຽນໄດ້ວາງອອກ, ບົນພື້ນຖານນັ້ນ ຈະສ້າງແຜນການເຄື່ອນໄຫວລະອຽດລວມ 33 ຢ່າງ. ທ່ານ ດ່າວງອກຢຸງ ກ່າວວ່າ:

ສອງບຸລິມະສິດຂອງ ຫວຽດນາມ ແມ່ນ: ພັດທະນາແຫຼ່ງຊັບພະຍາກອນມະນຸດ ຖືມະນຸດແມ່ນເປົ້າໝາຍ, ແມ່ນກຳລັງໜູນ ເພື່ອສ້າງການເຊື່ອມຕໍ່ລະຫວ່າງບັນດາປະເທດອາຊຽນ, ເປັນຕົ້ນແມ່ນກ່ຽວກັບວັດທະນະທຳ ແລະ ມະນຸດ. ທີ 2 ແມ່ນ ສຸມໃສ່ ຫົວເລື່ອງ “ພັດທະນາວຽກງານສັງຄົມ ເພື່ອໃຫ້ທຸກຄົນເຂົ້າຮ່ວມ”. ທຸກຄົນ ລ້ວນແຕ່ຕອບສະໜອງ ແລະ ດຳລົງຊີວິດໃນໂລກ ທີ່ມີການຮັບມື ແລະ ເຊື່ອມໂຍງ”

 

TAG
VOV/VOVworld/ຫ​ວຽດ​ນາມ/ປະ​ທານ ປະ​ຊາ​ຄົມ ວັດ​ທະ​ນະ​ທຳ - ສັງ​ຄົມ ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ