logo

ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ຊຸ​ກ​ຍູ້​ຄວາ​ມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ເພີ່ມ​ສິດ​ອຳ​ນາດໃຫ້​ແກ່​ແມ່​ຍິງ

2026/3/13 | 11:21:23
(VOVWORLD) - ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມປະຈຳ ສປຊ ເນັ້ນໜັກວ່າການຮັບປະກັນສິດເຂົ້າເຖິງຄວາມຍຸຕິທຳໃຫ້ແກ່ແມ່ຍິງ ແລະ ເດັກຍິງແມ່ນປັດໄຈຫຼັກແຫຼ່ງເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການພັດທະນາແບບຍືນຍົງ.
ການໂອ້ລົມສົນທະນາ “ຄວາມຍຸຕິທຳບໍ່ມີສິ່ງກີດຂວາງ: ມອບສິດໃຫ້ແມ່ຍິງ ແລະ ຊາວໜຸ່ມໃນກົດໝາຍ ແລະ ການນຳພາ” (ພາບ: TTXVN)

ວັນທີ 12 ມີນາ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢູ່ນິວຢອກ (ອາເມລິກາ) ໄດ້ສົມທົບກັບເວທີປາໄສແມ່ຍິງ ສາກົນ ຈັດການໂອ້ລົມສົນທະນາດ້ວຍຫົວຂໍ້ “ຄວາມຍຸຕິທຳບໍ່ມີສິ່ງກີດຂວາງ: ມອບສິດໃຫ້ແມ່ຍິງ ແລະ ຊາວໜຸ່ມໃນກົດໝາຍ ແລະ ການນຳພາ”. ນີ້ແມ່ນການເຄື່ອນໄຫວນອນໃນບັນດາເຫດການຢູ່ນອກກອງປະຊຸມຄັ້ງທີ 70 ຂອງ ຄະນະກຳມະການສປຊ ກ່ຽວກັບສະຖານະພາບ ແມ່ຍິງ(CSW)  ຂອງ ສປຊ.

ຢູ່ເວທີປາໄສ, ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມປະຈຳ ສປຊ ເນັ້ນໜັກວ່າການຮັບປະກັນສິດເຂົ້າເຖິງຄວາມຍຸຕິທຳໃຫ້ແກ່ແມ່ຍິງ ແລະ ເດັກຍິງແມ່ນປັດໄຈຫຼັກແຫຼ່ງເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການພັດທະນາແບບຍືນຍົງ, ທ່ານຮັບຮູ້ວ່າເຖິງວ່າມີຄວາມກ້າວໜ້າຫຼາຍຢ່າງແລ້ວແຕ່ ແມ່ຍິງ ແລະ ຊາວໜຸ່ມຍັງຕ້ອງປະເຊີນໜ້າກັບບັນດາຮົ້ວກີດຂວາງໃນການເຂົ້າເຖິງກັບລະບົບກົດໝາຍ ແລະ ການບໍລິການໜູນຊວ່ຍທາງນິຕິກຳ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການເພີ່ມສິດອຳນາດໃຫ້ແກ່ແມ່ຍິງ, ໂດຍຜ່ານການປະຕິບັດສຳເລັດລະບົບກົດໝາຍ ແລະ ນະໂຍບາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ, ຊຸກຍູ້ການເຂົ້າຮ່ວມ ແລະ ບົດບາດນຳພາຂອງແມ່ຍິງໃນບັນດາຂົງເຂດ.

TAG
VOV/VOVworld/ຫວຽດ​ນາມ/​ຄວາ​ມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ/ແມ່​ຍິງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ