(vovworld)- ໃນອາທິດຜ່ານມາ, ມີຜູ້ຝັງຫຼາຍທ່ານໄດ້ສົ່ງເອີແມວ, ໂທລະສັບມາຍັງລາຍການ, ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັດປົດປ່ອຍພາກໃຕ້ຫວຽດນາມ ຢ່າງສົມບູນ, ໂຮມປະເທດຊາດເປັນເອກະພາບ. ໃນອີແມວ, ໂທລະສັບ ຜູ້ຟັງໄດ້ພວຍພອນໄຊອັນປະເຊີດມາຍັງຄະນະການນຳ VOV ແລະ ຄະນະພະນັກງານທຸກຄົນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ, ປະສົບຜົນສຳເລັດໃນຊີວິດ ແລະ ການທຳງານທຸກໆຢ່າງ.
ກ່ຽວກັບການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ, ໂດຍ VOV ປຸກລະດົມ. ໃນອາທິດຜ່ານມາ, ມີຜູ້ຝັງບາງທ່ານກໍ່ສົ່ງອີແມວມາລາຍການ ຢາກຊອກຮູ້ກ່ຽວກັບເລື່ອງຫວຽດນາມ ໄດ້ປະກອບສ່ວນ ແລະ ມີການເຄື່ອນໄຫວຕ່າງໆໃດແດ່ ໃນປີທຳອິດທີ່ເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ.
ເພື່ອຕອບສະນຫຼອງຄວາມປະສົງຂອງທ່ານ, ໃນລາຍການຕິດຕໍ່ກັບຜູ້ຟັງມືນີ້, ບັນນາທິການ VOV ຈະແນະນຳບົດທີ່ພາດຫົວເລື່ອງວ່າ: ຫວຽດນາມ ຢືນຢັນທີ່ຕັ້ງບົດບາດ ຢູ່ສະພາສິດທິມະນຸດສະຫະປະຊາຊາດ.
ຫວຽດນາມ ຫາກໍ່ສິ້ນສຸດປີທຳອິດໃນອາຍຸການ ເປັນສະມາຊິກຂອງສະພາສິດທິມະນຸດ ສະຫະປະຊາຊາດ (ສປຊ) ໄລຍະ 2014-2016. ເຖິງວ່າເປັນສະມາຊິກໃຫມ່ກໍຕາມ ແຕ່ຍາມໃດ ຫວຽດນາມ ກໍສະແດງຈິດໃຈຄວາມຮັບຜິດຊອບສູງໃນບັນດາວຽກງານລວມຂອງສະພາ ສິດທິມະນຸດ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຮັບປະກັນສິດຂອງບັນດາກຸ່ມ ຄົນຖືກສ່ຽງໄພສູງກວ່າເພື່ອນ, ບັນຫາສະບຽງອາຫານ, ສຸຂະພາບ, ນ້ຳສະອາດ.. ເຄີຍແມ່ນບັນດາບັນຫາຂອງບັນດາປະເທດພວມພັດທະນາ.
ເດືອນ 3/2014, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຟ້າມບີງມີງ, ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ນຳຫນ້າ, ເປັນຄັ້ງທຳອິດເຂົ້າຮ່ວມວາລະປະຊຸມຂັ້ນສູງຂອງສະພາສິດທິມະ ນຸດ ສປຊ, ເປີດສາກໃຫ້ປີເຄື່ອນໄຫວຢ່າງຕັ້ງຫນ້າຂອງ ຫວຽດນາມໃນຖານະເປັນສະມາຊິກຂອງອົງການນີ້. ພຽງໃນໄລຍະ 1 ປີ, ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຢ່າງເປັນທາງການນັບຮ້ອຍຄັ້ງ ແລະ ບັນດາການທາບທາມຄຳເຫັນຢູ່ ສະພາສິດທິມະນຸດ, ປຶກສາຫາລື, ປ່ອນບັດເກືອບ 200 ມະຕິ, ຂໍ້ຕົກລົງກ່ຽວຂ້ອງເຖິງແງ່ມູມແຕກຕ່າງກັນຂອງສິດທິມະນຸດ.
ເຂັ້ມງວດ, ເປັນເຈົ້າການໃນການປະຕິບັດບັນດາກົນໄກຫລາຍຝ່າຍ, ສອງຝ່າຍກ່ຽວກັບສິດທິມະນຸດ
ຈຸດເວລາເລີ່ມອາຍຸການເປັນສະມາຊິກ ສະພາສິດທິມະນຸດ ກໍແມ່ນຈຸດເວລາທີ່ຫວຽດນາມ ກະກຽມລາຍງານກ່ຽວກັບກົນໄກທົບທວນຄືນປະຈຳໄລຍະດ້ານສິດທິມະ ນຸດ(UPR) ຄັ້ງທີ 2. ດ້ວຍເຫດການນີ້, ຫວຽດນາມ ໄດ້ສະແດງໃຫ້ເຫັນແມ່ນປະເທດຫນຶ່ງຍາມໃດກໍ ປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດ ຢ່າງເຂັ້ມງວດ, ຍາມໃດກໍຮັບຟັງ, ຮັບເອົາການປະກອບຄຳເຫັນຈາກເພື່ອນມິດສາກົນ ແລະ ຍາມໃດກໍພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອໃຫ້ປະຊາຊົນໄດ້ ຊົມໃຊ້ບັນດາແງ່ມູມຂອງສິດທິມະນຸດນັບມື້ນັບດີກວ່າ. ຫວຽດນາມ ຍັງເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງຫນ້າບັນດາເວທີປາໄສຫລາຍຝ່າຍ ກ່ຽວຂ້ອງເຖິງສິດທິມະນຸດຄື: ກອງປະຊຸມສະມັດຊາໃຫຍ່ ສປຊ, ຄະນະກຳມະການພັດທະນາສັງຄົມ ແລະ ຄະນະກຳມະການຕຳແຫນ່ງແມ່ຍິງ(ຂຶ້ນກັບສະພາເສດຖະກິດສັງຄົມຂອງສ ປຊ), ອົງການແຮງງານສາກົນ… ຢູ່ລະດັບພາກພື້ນ, ຫວຽດນາມ ກໍສະແດງໃຫ້ເຫັນບົດບາດຕັ້ງຫນ້າໃນອົງການສິດທິມະນຸດແຫ່ງຊາດ ອາຊຽນ(AICHR) ເມື່ອເປັນປະທານຈັດຕັ້ງກອງປະຊຸມສຳມະນາຂອງ AICHR ຢູ່ ຮ່າໂນ້ຍ. ໃນຂອບເຂດເວທີປາໄສຮ່ວມມື ອາຊີ - ເອີລົບ (ASEM), ເປັນຄັ້ງທຳອິດ, ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສຳມະນາບໍ່ເປັນທາງການກ່ຽວກັບສິດ ທິມະນຸດ ດ້ວຍຫົວຂໍ້ວ່າ: “ວິສາຫະກິດ ແລະ ສິດທິມະນຸດ”.
ພ້ອມກັບບັນດາກົນໄກຫລາຍຝ່າຍ, ໃນປີຜ່ານມາ ຫວຽດນາມ ສືບຕໍ່ຜັນຂະຫຍາຍກົນໄກເຈລະຈາສອງຝ່າຍກ່ຽວກັບສິດທິມະນຸດ, ໃນນັ້ນ ພົ້ນເດັ່ນແມ່ນການໂອ້ລົມສົນທະນາກັບອາເມລິກາ, ອົດສະຕາລີ, ສະວິດ. ເຖິງວ່າຍັງມີຈຸດທີ່ແຕກຕ່າງກັນ, ແຕ່ບັນດາການເຈລະຈາລ້ວນແຕ່ດຳເນີນໄປບົນຈິດໃຈເປີດເຜີຍ, ກົງໄປກົງມາ, ສ້າງສັນ, ຊ່ວຍເພີ່ມທະວີຄວາມເຂົ້າໃຈ ແລະ ຫນູນຊ່ວຍວິວັດການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ ແລະ ບັນດາປະເທດຕ່າງທີ່ມີຄວາມສົນໃຈ.
ຮັບປະກັນສິດທິມະນຸດໃນທຸກແງ່ມູມ
ໄປຄຽງຄູ່ກັບເລື່ອງຕັ້ງຫນ້າປະຕິບັດຄວາມຮັບຜິດຊອບເປັນສະມາ ຊິກຂອງສະພາສິດທິມະນຸດ ສປຊ, ຫວຽດນາມ ສືບຕໍ່ບັນລຸບັນດາໝາກຜົນຢ່າງຈະແຈ້ງໃນການສ້າງລະບົບກົດໝາຍ, ນະໂຍບາຍກ່ຽວກັບສິດທິມະນຸດໃຫ້ສົມບູນແບບ ກໍຄືການປະຕິບັດສິດທິມະນຸດໃນຕົວຈິງ. ປີ 2014, ຫວຽດນາມ ເປັນຄັ້ງທຳອິດຜັນຂະຫຍາຍລັດຖະທຳມະນູນປີ 2013 ດ້ວຍລາຍການສະເພາະກ່ຽວກັບສິດທິມະນຸດ. ປີ 2014 ກໍເປັນຂີດໝາຍສຳຄັນກ່ຽວກັບການເຂົ້າຮ່ວມ, ປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດ, ເມື່ອສະພາແຫ່ງຊາດຊຸດທີ 13 ໃຫ້ສັດຕະຍາບັນເລື່ອງເຂົ້າຮ່ວມສົນທິສັນຍາຕ້ານການທໍລະມານ ແລະ ສົນທິສັນຍາກ່ຽວກັບສິດຂອງຄົນພິການ ແລະ ຫວຽດນາມ ປ້ອງກັນບົດລາຍງານແຫ່ງຊາດກ່ຽວກັບການປະຕິບັດສົນທິສັນຍາກ່ຽວ ກັບບັນດາສິດເສດຖະກິດ, ວັດທະນະທຳ ແລະ ສັງຄົມເມື່ອເດືອນ 11/2014 ສຳເລັດຜົນ. ເປັນຫນ້າສົນໃຈແມ່ນບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກພາວະວິໄສ ດ້ານເສດຖະກິດ ສັງຄົມ, ຫວຽດນາມ ຍັງຄົງບັນລຸໄດ້ບັນດາຜົນງານສຳຄັນກ່ຽວກັບການຮັບປະກັນສິດທິ ມະນຸດໃນທຸກແງ່ມູມ, ຈາກການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ສ້າງວຽກເຮັດງານທຳ, ຮັບປະກັນຊີວິດສັງຄົມຕະຫລອດຮອດການຍົກສູງຊີວິດທາງດ້ານວັດທະ ນະທຳ, ຈິດໃຈໃຫ້ແກ່ປະຊາຊົນ. ຕາມນັ້ນແລ້ວ, ການດຳເນີນຊີວິດດ້ານວັດທະນະທຳ, ສາສະຫນາ, ການເຫລື້ອມໃສຂອງປະຊາຊົນໄດ້ຮັບການຕອບສະຫນອງຢ່າງຟົດຟື້ນ ແລະ ເປັນຫລາຍຮູບຫລາຍແບບ ຜ່ານບັນດາເຫດການຄື: ວັນບຸນວິສາຂະບູຊາສາກົນ- Vesak ສປຊ, ວັນບຸນ ຄຼິດສະມາດ ກໍຄືບັນດາງານບຸນທີ່ເປັນມູນເຊື້ອໃນທົ່ວເຂດພາກຂອງທັງປະເທດ. ນອກນັ້ນ ການພັດທະນາຢ່າງແຮງຂອງອິນເຕີແນັດ ຢູ່ຫວຽດນາມ ໄດ້ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນນັບມື້ນັບຕັ້ງຫນ້າເຂົ້າຮ່ວມ ການໄຈ້ແຍກຕີລາຄາໃນວິວັດການສ້າງແຜນນະໂຍບາຍ, ນະໂຍບາຍພັດທະນາເສດຖະກິດສັງຄົມຂອງອຳນາດການປົກຄອງທຸກຂັ້ນ.
ຜ່ານບັນດາການເຄື່ອນໄຫວ ແລະ ປະກອບສ່ວນຢ່າງແທດຈິງທີ່ບັນດາເວທີປາໄສຫລາຍຝ່າຍ, ສອງຝ່າຍທີ່ກ່ຽວຂ້ອງເຖິງສິດທິມະນຸດໃນປີ 2014, ຫວຽດນາມ ໄດ້ສະແດງໃຫ້ເຫັນແມ່ນສະມາຊິກຕັ້ງຫນ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງສະພາສິດທິມະນຸດ ສປຊ. ໝາກຜົນພົ້ນເດັ່ນໃນການປະຕິບັດສິດທິມະນຸດຂອງຫວຽດນາມ ໃນຕົວຈິງກໍ່ໄດ້ຮັບການຕີລາຄາສູງຈາກປະຊາຄົມໂລກ. ບັນດາໝາກຜົນດັ່ງກ່າວ ໄດ້ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ໃນເວທີສາກົນ, ຊ່ວຍໃຫ້ຫວຽດນາມ ສ້າງພາບພົດອັນດີງາມກ່ຽວກັບປະເທດທີ່ສຳເລັດຜົນໃນການປະຕິບັດ ບັນດາເປົ້າໝາຍສະຫັດສະວັດຂອງ ສປຊ ກ່ຽວກັບສິດທິມະນຸດ, ໃນນັ້ນ ມີບັນຫາສຶກສາ, ສາທາລະນະສຸກ, ຄວາມສະເຫມີພາບລະຫວ່າງຍິງຊາຍ, ແຮງງານ, ການຫນູນຊ່ວຍຊາວຊົນເຜົ່າສ່ວນຫນ້ອຍ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ.




