logo

ຫວຽດນາມ -ລາວ ເພີ່ມທະວີການຮ່ວມມືກ່ຽວກັບສາທາລະນະສຸກ

2017/6/26 | 11:21:10
(VOVWORLD) - ຕອນບ່າຍວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ, ເມື່ອຕ້ອນຮັບທ່ານ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ໄດ້ຕີລາຄາສູງການຢ້ຽມຢາມ ແລະ ໝາກຜົນຂອງການເຈລະຈາລະຫວ່າງລັດຖະມົນຕີກະຊວງສາທາລະນະສຸກ 2 ປະເທດ. 
 ການຕ້ອນຮັບຄະນະໃນຕອນບ່າຍວັນທີ 26 ມິຖຸນາ

ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ສະເໜີໃຫ້ກະຊວງສາທາລະນະສຸກ  2 ປະເທດສືບຕໍ່ເອົາໃຈໃສ່, ຊີ້ນຳບັນດາຫົວໜ່ວຍກ່ຽວຂ້ອງໜູນຊ່ວຍຕາມສິດອຳນາດ ໃນວິວັດການກໍ່ສ້າງ ແລະ ນຳເຂົ້າເຄື່ອນໄຫວໂຮງໝໍມິດຕະພາບ ຫວຽດນາມ - ລາວ 2 ແຫ່ງຢູ່ແຂວງ ຫົວພັນ ແລະ ຊຽງຂວາງ (ປະເທດລາວ), ຮັບປະກັນປະສິດທິຜົນສູງສຸດ.

        ທ່ານລັດຖະມົນຕີ ບຸນກອງ ສີຫາວົງ ແຈ້ງໃຫ້ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ຮັບຊາບບັນດາບັນຫາທີ່ການນຳກະຊວງສາທາລະນະສຸກ 2 ປະເທດປຶກສາຫາລື ເພື່ອແນໃສ່ຍູ້ແຮງການຮ່ວມມືທາງດ້ານສາທາລະນະສຸກລະຫວ່າງ 2 ປະເທດ. ຕາມນັ້ນແລ້ວ, ຂະແໜງສາທາລະນະສຸກ 2 ປະເທດສຸມໃສ່ຮ່ວມມືໃນບາງຂົງເຂດຕົ້ນຕໍຄື: ວຽກງານກວດ, ປິ່ນປົວພະຍາດ, ບຳລຸງສ້າງ, ລົງທຶນຜະລິດຢາປົວພະຍາດ. ທ່ານລັດຖະມົນຕີ ບຸນກອງ ສີຫາວົງ ຫວັງວ່າ ຫວຽດນາມ ສືບຕໍ່ໜູນຊ່ວຍບຳລຸງສ້າງໃຫ້ແກ່ພະນັກງານການແພດຂອງລາວ.

TAG
VOV/VOVworld/ຜະລິດຢາປົວພະຍາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ