logo

ຫວຽດນາມ - ລາວ ເພີ່ມທະວີນ້ຳໃຈມິດຕະພາບ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ

2017/4/11 | 10:46:17
(vovworld) - ​ໃນ​ຂອບ​ເຂດ​ການ​ຢ​້ຽມຢາມ​ອວຍພອນ​ບຸນປີ​ໃໝ່​ຂອງ​ປະຊາຊົນ​ ລາວ ບັນດາ​ເຜົ່າ ລາວ, ຕອນ​ເຊົ້າ​ວັນ​ທີ 11/04, ຄະນະ​ຜູ້​ແທນ​ນະຄອນ ​ໂຮ່ຈີ​ມິ​ງ ​ໂດ​ຍທ່ານ​ນາງ ຫວໍ​ທິຢຸງ ຮອງ​ເລຂາ​ຄະນະ​ພັກ​ນະຄອນ​ນຳ​ໜ້າ 

ທ່ານ​ນາງ ຫວໍ​ທິຢຸງ ຮອງ​ເລຂາ​ຄະນະ​ພັກ​ນະຄອນ​ ​ໂຮ່ຈີ​ມິ​ງ
ແລະ ​ທ່ານ​ນາ​ງປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້
(ພາບ: TTXVN)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ​້ຽມຢາມ​ອວຍພອນ​ບຸນປີ​ໃໝ່​ຂອງ​ປະຊາຊົນ​ ລາວ ບັນດາ​ເຜົ່າ ລາວ, ຕອນ​ເຊົ້າ​ວັນ​ທີ 11/04, ຄະນະ​ຜູ້​ແທນ​ນະຄອນ ​ໂຮ່ຈີ​ມິ​ງ ​ໂດ​ຍທ່ານ​ນາງ ຫວໍ​ທິຢຸງ ຮອງ​ເລຂາ​ຄະນະ​ພັກ​ນະຄອນ​ນຳ​ໜ້າ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ນາ​ງປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້. ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ່​ຕູ້ ຂອບ​ໃຈ​ນະຄອນ ​ໂຮ່ຈີ​ມິງ ​ໄດ້​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ໜ້ອຍ​ໃຫ້​ແກ່ ລາວ, ຢືນຢັນ​ວ່າ: ບັນດາບົດຮຽນ​ດັ່ງກ່າວມີ​ຜົນ​ປະ​ໂຫຍດ ​ແລະ  ລາວ ພວມ​ໝູນ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ​ເວົ້າ​ລວມ ​ແລະ ນະຄອນ ​ໂຮ່ຈີ​ມິ​ງ ​ເວົ້າ​ສະ​ເພາະ ຈະ​ສືບ​ຕໍ່​ແບ່ງປັນ​ກັບ ລາວ ກ່ຽວ​ກັບ​ບົດຮຽນ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ທີ່​ດິນ ​ເພື່ອ​ຊ່ວຍ ລາວ ນຳ​ໃຊ້​ແຫຼ່ງຊັບພະຍາກອນທຳ​ມະ​ຊາດ​ອັນ​ລ້ຳ​ຄ່າ​ນີ້​ ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ພາລະກິດ​ສ້າງສາ​ ​ແລະ ພັດທະນາ​ປະ​ເທດ​ຊາດຢ່າງ​ມີ​ປະສິດທິ​ຜົນ.


TAG
vov/vovworld/ປະຊາຊົນ​ ລາວ/ບັນດາ​ເຜົ່າ ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ