![]() |
ວັນທີ 24 ມີນາ, ຢູ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ດຳເນີນການໂອ້ລົມສົນທະນາກັບ ທ່ານ Jozef Sikela, ຂ້າຫຼວງໃຫຍ່ສະຫະພາບ ເອີລົບ (ອີຢູ) ຮັບຜິດຊອບວຽກງານຄູ່ຮ່ວມມືສາກົນ ທີ່ພວມຢ້ຽມຢາມ ຫວຽດນາມ.
ທີ່ການໂອ້ລົມສົນທະນາ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ເນັ້ນໜັກວ່າ 2 ຝ່າຍຕ້ອງຍູ້ແຮງການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ. ພ້ອມກັນນັ້ນ, ກໍ່ສະເໜີໃຫ້ 2 ຝ່າຍຈົ່ງຂຸດຄົ້ນສັນຍາການຄ້າເສລີ ອີຢູ - ຫວຽດນາມ (EVFTA) ໃຫ້ມີປະສິດທິຜົນກວ່າ ເພື່ອເປີດກວ້າງຂອບເຂດການຮ່ວມມືດ້ານເສດຖະກິດ, ການຄ້າ; ສະເໜີ ອີຢູ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA), ແກ້ໄຂ “ບັດເຫຼືອງ” IUU ສຳລັບສິນໃນນ້ຳຂອງ ຫວຽດນາມ ໂດຍໄວ, ນຳ ຫວຽດນາມ ໃຫ້ອອກຈາກບັນຊີລາຍຊື່ບັນດາປະເທດບໍ່ຮ່ວມມືດ້ານພາສີ.
ສ່ວນທ່ານຂ້າຫຼວງໃຫຍ່ Jozef Sikela ຢືນຢັນວ່າ ອີຢູ ພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ເພື່ອຜັນຂະຫຍາຍບັນດາເສົາຄ້ຳການຮ່ວມມືໃໝ່ໃນຂອບເຂດຂໍ້ລິເລີ່ມ ປະຕູສູ່ໂລກ (Global Gateway) ໃຫ້ມີປະສິດທິຜົນ; ຊຸກຍູ້ການຖ່າຍທອດເຕັກໂນໂລຊີ ແລະ ໜູນຊ່ວຍດ້ານເຕັກນິກ; ສົມທົບກັນຜັນຂະຫຍາຍ EVFTA ໃຫ້ມີປະສິດທິຜົນ, ສ້າງເປັນພື້ນຖານສຳຄັນເພື່ອຊຸກຍູ້ດ້ານການຄ້າ ແລະ ການລົງທຶນ 2 ຝ່າຍໃຫ້ພັດທະນາແບບຍືນຍົງ.




