logo

ຫວຽດ​ນາມ ຮັບ​ດຳ​ລົງ​ບົດ​ບາດ​ເປັນ​ປະ​ທານ​ໝູນ​ວຽນ ຄະ​ນະ​ກຳ​ມະ​ການ ອາ​ຊຽນ ​ປະ​ຈຳ Buenos Aires

2025/3/20 | 07:49:16
(VOVWORLD) -   ວັນທີ 19 ມີນາ, ທ່ານນາງ ໂງມິງງວຽດ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ, ດ້ວຍຖານະເປັນປະທານໝູນວຽນຄະນະກຳມະການ ອາຊຽນ ປະຈຳນະຄອນຫຼວງ Buenos Aires, ໄດ້ເປັນປະທານກອງປະຊຸມສະໄໝສາມັນຄັ້ງທີ 42 ຢູ່ສຳນັກງານສະຖານທູດ ຫວຽດນາມ.
(ພາບປະກອບ: chinhphu.vn)

ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ພ້ອມດ້ວຍເອກອັກຄະລັດຖະທູດ ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ເອກອັກຄະລັດຖະທູດ ໄທ ໄດ້ປຶກສາຫາລືກ່ຽວກັບແຜນການຄາດຄະເນຈະຜັນຂະຫຍາຍໃນໄລຍະຈະມາເຖິງ ແນໃສ່ສົ່ງເສີມ, ໂຄສະນາພາບພົດ ແລະ ທີ່ຕັ້ງຂອງບັນດາປະເທດ ອາຊຽນ ຢູ່ ອາກຊັງຕິນ. ບັນດາເອກອັກຄະລັດຖະທູດ ອາຊຽນ ກໍເຫັນດີຕໍ່ບັນດາຂໍ້ສະເໜີຂອງ ຫວຽດນາມ, ຊຸກຍູ້ການເຮັດວຽກກັບບັນດາອົງການອຳນາດການປົກຄອງ, ປະຊາຄົມວິສາຫະກິດເພື່ອຍູ້ແຮງການເຊື່ອມຕໍ່, ເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ - ການເມືອງ.

        ໄປຄຽງຄູ່ກັບການຈັດບັນດາການເຄື່ອນໄຫວຂອງ ອາຊຽນ ຢ່າງເປັນທາງການຄື ເຫດການ ອາຊຽນ ຢູ່ ສະພາແຫ່ງຊາດ ອາກຊັງຕິນ, ສະຖານທູດ ຫວຽດນາມ ປະຈຳ ອາກຊັງຕິນ ກໍຈະເປັນປະທານບັນດາການເຄື່ອນໄຫວພົວພັນແລກປ່ຽນໃນວັນຄອບຄົວ ອາຊຽນ ຢູ່ນະຄອນຫຼວງ Buenos Aires ຂອງ ອາກຊັງຕິນ.


TAG
VOV/VOVworld/ປະ​ທານ​ຄະ​ນະ​ກຳ​ມະ​ການ ອາ​ຊຽນ/ອາກຊັງຕິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ