logo

ຫວຽດນາມ ຮຽກຮ້ອງໃຫ້ຢຸດຕິບັນດາການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງຢູ່ ຕາເວັນອອກາງ ເພີ່ມຂຶ້ນໃນທັນທີ

2026/3/1 | 09:23:44
(VOVWORLD) - ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົງລະງັບໃຈຢ່າງສຸດຂີດ, ຢຸດຕິບັນດາການກະທຳທີ່ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນໃນທັນທີ, ປົກປ້ອງສາມັນຊົນ ແລະ ບັນດາພື້ນຖານໂຄງລ່າງທີ່ຈຳເປັນ
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
(ພາບ: BNG)

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການປະທະກັນທີ່ສັບສົນຢູ່ພາກພື້ນ ຕາເວັນອອກກາງ ພວມເພີ່ມຂຶ້ນ, ນາບຂູ່ຢ່າງຮ້າຍແຮງເຖິງຊີວິດອີນຊີ ແລະ ຄວາມປອດໄພຂອງປະຊາຊົນ, ສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ. ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢືນທັດສະນະຂອງ ຫວຽດນາມ ຄືແນວນັ້ນໃນວັນທີ 28 ກຸມພາ ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ກັບສະພາບຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຢູ່ ຕາເວັນອອກກາງ ໃນປະຈຸບັນ.

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົງລະງັບໃຈຢ່າງສຸດຂີດ, ຢຸດຕິບັນດາການກະທຳທີ່ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນໃນທັນທີ, ປົກປ້ອງສາມັນຊົນ ແລະ ບັນດາພື້ນຖານໂຄງລ່າງທີ່ຈຳເປັນ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນຢ່າງເຂັ້ມງວດ, ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຈລະຈາສັນຕິພາບ ເພື່ອຄວາມໝັ້ນຄົງ, ຄວາມປອດໄພ, ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

TAG
VOV/VOVworld/ເຄັ່ງ​ຕຶງ​/ປົກ​ປ້ອງ/​ສາ​ມັນ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ