logo

ຫວຽດນາມເຂົ້າຮ່ວມ“ວັນອາຊຽນ2016”ຢູ່ຮົງກົງ(ປະເທດຈີນ)

2016/2/28 | 08:53:26
ຢູູ່ສຳນັກງານ​ຂອງ​ສະ​ຖານ​ກົງ​ສູນ​​ໃຫຍ່ ອິນ​ໂດ​ເນ​ເຊຍ ປະຈຳ ຮົງກົງ ຢູ່​ເຂດ​ບໍລິຫານ​ພິ​ເສດ ຮົງ​ກົງ (ປະ​ເທດ​ຈີນ) ​ໄດ້​ຈັດ​ຕັ້ງ “ວັນ ອາ​ຊຽນ 2016” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູ​ດ

ຫົວໜ້າສະຖານກົງສູນໃຫຍ່ 10 ປະເທດ ຮ້ອງບົດເພງ ອາຊຽນ

(vovworld) –  ວັນ​ທີ 27/2, ຢູູ່ສຳນັກງານ​ຂອງ​ສະ​ຖານ​ກົງ​ສູນ​​ໃຫຍ່ ອິນ​ໂດ​ເນ​ເຊຍ ປະຈຳ ຮົງກົງ ຢູ່​ເຂດ​ບໍລິຫານ​ພິ​ເສດ ຮົງ​ກົງ (ປະ​ເທດ​ຈີນ) ​ໄດ້​ຈັດ​ຕັ້ງ “ວັນ ອາ​ຊຽນ 2016” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູ​ດ ພ້ອມ​ກັບ​ຄອບຄົວ​ຂອງ​ຫົວໜ້າ​ສະຖານກົງສູນ​ໃຫຍ່ 10 ປະ​ເທດ ອາ​ຊຽນ ປະຈຳ ຮົງ​ກົງ. ຫົວໜ​​້າສະຖານກົງສູນ​ໃຫຍ່ ຫວຽດນາມ ປະຈຳ ຮົງ​ກົງ ​ແລະ ມາ​ເກົາ, ທ່ານ ຮ່ວາງ​ຈີ໋ຈູງ, ພ້ອມ​ກັບ​ພັນ​ລະ​ຍາ ນຳ​ໜ້າ​ຄະນະ​ພະນັກງານ, ພາລະ​ກອນ​ສະຖານກົງສູນ​ໃຫຍ່ ຫວຽດນາມ ​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫົວໜ​​້າສະຖານກົງສູນ​ໃຫຍ່ ຮ່ວາງ​ຈີ໋ຈູງ ຖື​ວ່າ: “ວັນ ອາ​ຊຽນ 2016” ​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ, ພິ​ເສດ​ແມ່ນ​ໃນ​ສະພາບ ອາ​ຊຽນ ຫາ​ກໍ່ສ້າງ​ຕັ້ງ ປະຊາ​ຄົມ ອາ​ຊຽນ ​​ເມື່ອ​ທ້າຍ​ປີ 2015. ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູດ​ບັນດາ​ປະ​ເທດ ອາ​ຊຽນ ພົບ​ປະ​ແລກປ່ຽນ, ຜ່ານ​ນັ້ນ​ເພີ່ມ​ນຳ້​ໃຈ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ, ພ້ອມ​ກັບ​ມຸ່ງ​ໄປ​ເຖິງ ອາ​ຊຽນ ສາມັກຄີ ​ແລະ ວັດ​ຖະນາ​ຖາວອນ. ດ້ວຍການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ, ສະ​ແດງ​ວັດທະນະທຳ ສິລະ​ປະ ທີ່ອຸດົມສົມບູນ​ຂອງ “ວັນ ອາ​ຊຽນ 2016”, ນະ​ທີ່​ນີ້, ​ແຕ່ລະ​ປະ​ເທດ ອາ​ຊຽນ ລ້ວນ​ແຕ່​ສາ​ມາດ​ໂຄສະນາ​ພາດ​ພົດ​ປະ​ເທດ​ຊາດ ​ແລະ ປະຊາຊົນ​ຂອງ​ຕົນ, ກໍ​ຄື​ແນະນຳ​ເຖິງ​ເພື່ອນ​ມິດ ອາ​ຊຽນ ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກສະ​ເພາະ​ຂອງ​ປະ​ເທດ​ຕົນ.


TAG
vovworld/ສະ​ຖານ​ກົງ​ສູນ​​ໃຫຍ່

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ