logo

ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ ດ້ວຍ​ຈິດ​ໃຈຮຽນ​ຮູ້, ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ຄຳ​ໝັ້ນ​ສັນ​ຍາ​ຜູກ​ພັນ​ຍາວ​ນານ

2025/7/29 | 09:04:43
(VOVWORLD) - ຫວຽດນາມ ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ແລະ ປະກອບສ່ວນຢ່າງແທດຈິງເຂົ້າໃນການປະຕິບັດວິໄສທັດປະຊາຄົມ ອາຊຽນ 2045, ປັບປຸງຄວາມສາມັກຄີ, ບົດບາດເປັນໃຈກາງ ແລະ ເປັນເຈົ້າຕົນເອງໃນຍຸດທະສາດຂອງ ອາຊຽນ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ກ່າວຄຳເຫັນໃນງານລ້ຽງ (ພາບ: VOV5)

ເມື່ອກ່າວຄຳເຫັນໃນງານລ້ຽງສະເຫຼີມສະຫຼອງ 30 ປີ ຫວຽດນາມ ເຂົ້າຮ່ວມ  ອາຊຽນ (28/07/1995 – 28/07/2025), ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເນັ້ນໜັກວ່າ ຫວຽດນາມ ເຂົ້າຮ່ວມ ອາຊຽນ ດ້ວຍຈິດໃຈຮຽນຮູ້, ມີຄວາມຮັບຜິດຊອບ ແລະ ສຳຄັນກວ່າແມ່ນ ໝັ້ນໝາຍຈະຜູກພັນຍາວນານ.

ຕໍ່ໜ້າບັນດາການຜັນແປຢ່າງເລິກເຊິ່ງຂອງຍຸກສະໄໝ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ແລະ ປະກອບສ່ວນຢ່າງແທດຈິງເຂົ້າໃນການປະຕິບັດວິໄສທັດປະຊາຄົມ ອາຊຽນ 2045, ປັບປຸງຄວາມສາມັກຄີ, ບົດບາດເປັນໃຈກາງ ແລະ ເປັນເຈົ້າຕົນເອງໃນຍຸດທະສາດຂອງ ອາຊຽນ.

ໂດຍຕາງໜ້າບັນດາປະເທດສະມາຊິກ, ໃນຖານະປະເທດປະທານ ອາຊຽນ 2025, ທ່ານເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ຫວຽດນາມ Dato Tan Yang Thai ຊີ້ແຈ້ງວ່າ:

“ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ມີລັກສະນະສ້າງສັນ - ຢຶດໝັ້ນຊຸກຍູ້ການເຊື່ອມໂຍງເສດຖະກິດ, ເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ປັບປຸງຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນໂດຍອີງໃສ່ລະບຽບກົດໝາຍ. ໃນຕະຫຼອດ 3 ທົດສະວັດຜ່ານມາ, ຫວຽດນາມ ໄດ້ຢັ້ງຢືນບົດບາດເປັນເສົາຄ້ຳທີ່ບໍ່ອາດຂາດໄດ້ໃນ ອາຊຽນ, ດ້ວຍບັນດາການປະກອບສ່ວນຍຸດທະສາດ ແລະ ແທດຈິງ”.

 

TAG
VOV/VOVworld/​ສະ​ໜັບ​ສະ​ໜູນ/ຍຸກ​ສະ​ໄໝ/​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ 2045

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ