logo

ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການປະ​ສານ​ງານ​ເຊື່ອມ​ຕໍ່ ອາ​ຊຽ​ນ

2020/2/19 | 09:04:03
(VOVWORLD) -ກອງປະຊຸມຄັ້ງທຳອິດໃນປີ 2020 ຂອງ ຄະນະກຳມະການປະສານງານເຊື່ອມຕໍ່ ອາຊຽນ (ACCC 1/2020) ໄດ້ຈັດຂຶ້ນໃນວັນທີ 18 ກຸມພາ, ຢູ່ສຳນັກງານຄະນະເລລາ ອາຊຽນ, ນະຄອນຫຼວງ ຈາກາຕາ ຂອງ ອິນໂດເນເຊຍ. ທ່ານ ເຈິນດຶກບິ່ງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດ ຫວຽດນາມ ປະຈຳອາຊຽນ, ໄດ້ເປັນປະທານກອງປະຊຸມ ACCC.
ທ່ານ ເຈິນດຶກບິ່ງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດ ຫວຽດນາມ ປະຈຳອາຊຽນ ເປັນປະທານກອງປະຊຸມ ACCC (ພາບ: TTXVN)

ກອງປະຊຸມໄດ້ຮັບຮອງເອົາ ການກຳນົດທິດ ແລະ ບັນດາບຸລິມະສິດກ່ຽວກັບການເຊື່ອມຕໍ່ຂອງ ປີປະທານອາຊຽນ 2020 ຂອງ ຫວຽດນາມ ແລະ ແຜນການປະຕິບັດງານ 3 ປີ ໄລຍະ 2020 – 2022 ເພື່ອແນໃສ່ຜັນຂະຫຍາຍ MPAC 2025. ລະອຽດແມ່ນ ອາຊຽນຈະໃຫ້ບຸລິມະສິດຜັນຂະຫຍາຍບັນດາໂຄງການກ່ຽວກັບການສ້າງຂໍ້ມູນດ້ານການຄ້າ, ສ້າງ ວັດຈະນານຸກົມກ່ຽວກັບຂໍ້ມູນເປີດອາຊຽນ, ເພີ່ມທະວີການພັດທະນາບັນດາພື້ນຖານດີຈີຕອນ ອາຊຽນ, ຍົກສູງການບຳລຸງສ້າງ, ສອນວິຊາຊີບ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ອາຊຽນໃນໄລຍະໃໝ່. ກອງປະຊຸມກໍ່ເຫັນດີເປັນເອກະພາບຕ້ອງມີການລາຍງານ ແລະ ສົ່ງເສີມການເຂົ້າຮ່ວມຂອງບັນດາອົງການວິຊາການຂອງອາຊຽນຢ່າງຄົບຊຸດໃນການຜັນຂະຫຍາຍບັນດາໂຄງການ MPAC 2025, ເພີ່ມທະວີກົນໄກສົມທົບ ແລະ ຮ່ວມສຳພັນການຜັນຂະຫຍາຍ MPAC 2025 ດ້ວຍບັນດາຂໍ້ລິເລີ່ມເຊື່ອມຕໍ່ພາກພື້ນກັບບັນດາປະເທດຄູ່ຮ່ວມມື.

TAG
VOV/VOVworld/ອາ​ຊຽ​ນ/ACCC

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ