logo

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

2026/3/4 | 09:05:11
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະເພີ່ມທະວີການການຮ່ວມມືກັບ ຫວຽດນາມ ກ່ຽວກັບການຂົນສົ່ງທາງທະເລ, ທ່າກຳປັ່ນ - logistics
ທີ່ການຕ້ອນຮັບ
(ພາບ: TTXVN)

ຕອນບ່າຍວັນທີ 03 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Ioannis Plakiotakis, ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ເກຼັກ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 28 ກຸມພາ - 05 ມີນາ 2026.

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະເພີ່ມທະວີການການຮ່ວມມືກັບ ຫວຽດນາມ ກ່ຽວກັບການຂົນສົ່ງທາງທະເລ, ທ່າກຳປັ່ນ - logistics, ຕໍ່ກຳປັ່ນ, ພະລັງງານຜະລິດຄືນໃໝ່, ກະສິກຳ, ການທ່ອງທ່ຽວ, ຄົ້ນຄວ້າຊຸກຍູ້ເລື່ອງເປີດສາຍການບິນໂດຍກົງ, ສ້າງຄວາມສະດວກໃຫ້ປະຊາຄົມວິສາຫະກິດ 2 ປະເທດຮ່ວມມືຢ່າງຍາວນານ, ສືບຕໍ່ສະໜັບສະໜູນ, ຂົນຂວາຍບັນດາປະເທດ ເອີລົບ (ອີຢູ) ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ…

ສ່ວນທ່ານ Ioannis Plakiotakis, ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ເກຼັກ ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນຂອງ ເກຼັກ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ປາດຖະໜາວ່າ ອີຢູ ຈະຍົກເລີກບັດເຫຼືອງ IUU ໃຫ້ແກ່ ຫວຽດນາມ ໂດຍໄວ.

TAG
VOV/VOVworld/ກະ​ສິ​ກຳ/​ການທ່ອງ​ທ່ຽວ/ຄົ້ນ​ຄວ້າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ