logo

ຫວຽດນາມ ແມ່ນຈຸດທີ່ດຶງດູດໃຈໃຫ້ແກ່ການລົງທຶນສູນຂໍ້ມູນ AI

2026/2/28 | 08:45:52
(VOVWORLD) - ເຖິງວ່າບັນດາທະນາຄານຂອງ ຫວຽດນາມ ມີທຶນສະສົມບໍ່ຫຼາຍ ແຕ່ຄາດວ່າໄລຍະຫ່າງນີ້ຈະຄ່ອຍໆໄດ້ຮັດແຄບເຂົ້າໃນ 2 – 3 ປີຈະມາເຖິງ.
(ພາບປະກອບ: TTXVN)

ຫວ່າງມໍ່ໆມານີ້, ໜັງສືພິມ Jakarta Post ຂອງ ອິນໂດເນເຊຍ ຕີລາຄາວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນແມ່ນສະຖານທີ່ດຶງດູດໃຫ້ແກ່ການລົງທຶນສູນປັນຍາປະດິດ (AI), ແກ່ງແຍ້ງຢ່າງແຮງກັບ ອິນໂດເນເຊຍ, ມາເລເຊຍ, ໄທ ແລະ ຟີລິບປິນ ໃນການແຂ່ງຂັນດຶງດູດພື້ນຖານໂຄງລ່າງ AI ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ໜັງສືພິມໃຫ້ຂໍ້ສັງເກດວ່າ ອາຊີຕາເວັນອອກສ່ຽງໃຕ້ ພວມເຫັນປະຈັກຕາການເພີ່ມຂຶ້ນຢ່າງແຮງຂອງບັນດາສູນຂໍ້ມູນ ຍ້ອນຄວາມຕ້ອງການດ້ານ AI ເພີ່ມຂຶ້ນຢ່າງແຮງ ແລະ ບັນດາບໍລິສັດໃຫຍ່ເຕັກໂນໂລຊີໃຫຍ່ພວມລົງທຶນນັບຕື້ USD ກໍ່ສ້າງພື້ນໂຄງລ່າງໃໝ່ຮັບໃຊ້ AI. ກໍ່ຕາມໜັງສືພິມນີ້, ເຖິງວ່າບັນດາທະນາຄານຂອງ ຫວຽດນາມ ມີທຶນສະສົມບໍ່ຫຼາຍ ແຕ່ຄາດວ່າໄລຍະຫ່າງນີ້ຈະຄ່ອຍໆໄດ້ຮັດແຄບເຂົ້າໃນ 2 – 3 ປີຈະມາເຖິງ.

TAG
VOV/VOVworld/​ແຂ່ງ​ຂັນ/​ດຶ​ງ​ດູດ/​ພື້ນ​ຖານ​/ໂຄງ​ລ່າງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ