logo

ຫ​ວຽດ​ນາມ ແລະ ກູ​ເວດ ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ

2026/3/10 | 09:18:42
(VOVWORLD) - ທີ່ການສົນທະນາທາງໂທລະສັບ, ທ່ານ ຟ້າມມິງຈິງ ໄດ້ສະເໜີສອງຝ່າຍສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ກູເວດ ໃຫ້ພັດທະນານັບມື້ນັບແທ້ຈິງ ແລະ ມີປະສິດທິຜົນ.
 ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Sheikh Ahmed Abdullah Al-Ahmad Al-Sabah ນາຍົກລັດຖະມົນຕີ ກູເວດ (ພາບ: VOV)

ຕອນບ່າຍວັນທີ 9 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສົນທະນາທາງໂທລະສັບກັບທ່ານ Sheikh Ahmed Abdullah Al-Ahmad Al-Sabah ນາຍົກລັດຖະມົນຕີ ກູເວດ. ທີ່ການສົນທະນາທາງໂທລະສັບ, ທ່ານ ຟ້າມມິງຈິງ ໄດ້ສະເໜີສອງຝ່າຍສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ກູເວດ ໃຫ້ພັດທະນານັບມື້ນັບແທ້ຈິງ ແລະ ມີປະສິດທິຜົນ.

ໂດຍສະແດງຄວາມວິຕົກກັງວົນຕໍ່ການຜັນແປຂອງການປະທະກັນໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ກູເວດ ແລະ ບັນດາປະເທດກ່ຽວຂ້ອງສືບຕໍ່ລະຫງັບໃຈ, ຊຸກຍູ້ບັນດາຄວາມມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງ, ຊອກຫາມາດຕະການແກ້ໄຂໂດຍສັນຕິວິທີໃຫ້ແກ່ພາກພື້ນບົນພື້ນຖານເຄົາລົບນັບຖືກົດໝາຍສາກົນ, ກົດບັດ ສປຊ ແລະ ຮັບປະກັນບັນດາສິດຜົນປະໂຫຍດອັນຊອບທຳຂອງທຸກຝ່າຍ. ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວິວັດທະນາການນີ້.

ສ່ວນທ່ານ Sheikh Ahmed Abdullah Al-Ahmad Al-Sabah ກໍ່ໃຫ້ຄຳໝັ້ນສັນຍາຈະປະສານສົມທົບກັນ ຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງ ຫວຽດນາມ ຢູ່ ກູເວດ ແລະ ສ້າງເງື່ອນໄຂເພື່ອໃຫ້ພົນລະເມືອງ ຫວຽດນາມ ອົບພະຍົບ ຖ້າມີຄວາມຈຳເປັນ, ເຫັນດີເປັນເອກະພາບຈະສົມທົບກັບບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງ ພິຈາລະນາ ສືບຕໍ່ສະໜອງນ້ຳມັນດິບໃຫ້ ຫວຽດນາມ, ຍູ້ແຮງການຮ່ວມມືດ້ານພະລັງງານລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

TAG
VOV/VOVworld/ຫ​ວຽດ​ນາມ/ກູ​ເວດ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ