logo

ຫວຽດ​ນາມ ແລະ ທະ​ນ​າ​ຄານ​ໂລກ​ຊຸກ​ຍູ້​ຂໍ້​ລິ​ເລີ່ມ​ຮ່ວມ​ມື​ກ່ຽວ​ກັບ​ຊັບ​ພະ​ຍາ​ກອນ​ນ້ຳ

2026/3/27 | 11:31:47
(VOVWORLD) -     ຕອນເຊົ້າວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານນາງ Mariam J. Sherman, ຜູ້ອຳນວຍການທະນາຄານໂລກ (WB) ປະຈຳ ຫວຽດນາມ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງບົດບາດຂອງ WB, ຄູ່ຮ່ວມມືພັດທະນາແຖວໜ້າ, ໄດ້ໜູນຊ່ວຍ ຫວຽດນາມ ໃນຫຼາຍຂົງເຂດ, ໂດຍສະເພາະແມ່ນກະສິກຳ ແລະ ສິ່ງແວດລ້ອມຢ່າງມີປະສິດທິຜົນ.
ປະຊາຊົນຂຸດຄົ້ນສິນໃນນ້ຳ ຢູ່ຕາແສງ ນຸຍແທັ່ງ, ນະຄອນ ດ່າໜັງ (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ WB ໃນຂົງເຂດຊັບພະຍາກອນນ້ຳ, ທ່ານຖືວ່າ ບັນດາຂໍ້ລິເລີ່ມນີ້ເໝາະສົມກັບຄວາມຕ້ອງການຕົວຈິງຂອງ ຫວຽດນາມ. ສໍາລັບໂຄງການ “ປູກເຂົ້າໃນເນື້ອທີ່ 1 ລ້ານເຮັກຕາທີ່ປ່ອຍອາຍພິດຕ່ຳຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ”, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານໄດ້ເຫັນດີເປັນເອກະພາບມອບໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນຫົວໜ່ວຍຮັບຜິດຊອບ, ບໍລິຫານໂຄງການ, ດ້ວຍແຫຼ່ງກຳລັງຈາກ WB ແລະ ງົບປະມານສູນກາງ.

        ທ່ານນາງ Mariam J. Sherman ຕີລາຄາສູງຄວາມເຫັນດີເຫັນພ້ອມ ແລະ ຄຳໝັ້ນສັນຍາຢ່າງແຮງຂອງຝ່າຍ ຫວຽດນາມ ສຳລັບບັນດາຂໍ້ລິເລີ່ມຮ່ວມມືຂອງ WB ໃນການຄຸ້ມຄອງຊັບພະຍາກອນນ້ຳ; ຢັ້ງຢືນເລື່ອງເຂົ້າຮ່ວມບັນດາຂໍ້ລິເລີ່ມທົ່ວໂລກ ບໍ່ພຽງແຕ່ປະກອບສ່ວນຍົກສູງພາບພົດຂອງປະເທດຊາດເທົ່ານັ້ນ ຫາກຍັງສ້າງໂອກາດເພື່ອໃຫ້ ຫວຽດນາມ ຍາດແຍ່ງບັນດາແຫຼ່ງກຳລັງ ແລະ ວິຊາການຈາກ WB.

TAG
VOV/VOVworld/​ຊັບ​ພະ​ຍາ​ກອນ​ນ້ຳ/ທະ​ນາ​ຄານ​ໂລກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ