logo

ຫວຽດນາມ ແລະ ປອກຕຸຍການ ປາດຖະໜາຢາກເຮັດໃຫ້ການພົວພັນຮ່ວມມື 2 ຝ່າຍເລິກເຊິ່ງຂຶ້ນຕື່ມ

2026/2/28 | 08:41:32
(VOVWORLD) - ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ
(ທີ່ການຕ້ອນຮັບ)

ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກປັບປຸງ, ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ປອກຕຸຍການ, ສະມາຊິກທີ່ຕັ້ງໜ້າຂອງ ສະຫະພາບເອີລົບ (ອີຢູ) ເລິກເຊິ່ງຂຶ້ນຕື່ມ. ນີ້ແມ່ນຄຳຢືນຢັນຂອງທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ທີ່ການຕ້ອຮັບທ່ານ Paulo Rangel, ລັດຖະມົນຕີການຕ່າງປະເທດ ປອກຕຸຍການ ທີ່ພວມມີການຢ້ຽມຢາມ ຫວຽດນາມ ໃນຕອນບ່າຍວັນທີ 27 ກຸມພາ.

ບົນພື້ນຖານການພົວພັນອັນດີງາມລະຫວ່າງ 2 ປະເທດ ແລະ ຄວາມສາມາດບົ່ມຊ້ອນການຮ່ວມມືທີ່ຍັງໃຫຍ່ຫຼວງຢູ່ນັ້ນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ຍົກລະດັບການພົວພັນ 2 ປະເທດຕາມທິດແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບສະພາບການໃໝ່. ທ່ານກໍ່ສະເໜີເພີ່ມທະວີການຮ່ວມມືໃນບັນດາຂົງເຂດບຸລິມະສິດ ຄື: ພະລັງງານທົດແທນ, ການເດີນທະເລ, ທ່າກຳປັ່ນ, ການຫັນເປັນດີຈີຕອນ…

ສ່ວນທ່ານລັດຖະມົນຕີ Paulo Rangel ກໍ່ໄດ້ເຫັນດີເປັນຢ່າງສູງຕໍ່ບັນດາການກຳນົດທິດຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ປາດຖະໜາຢາກເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານກັບ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ.

TAG
VOV/VOVworld/ຍົກ​ລະ​ດັບ/​ພົວ​ພັນ/ປະ​ສິດ​ທິ​ຜົນ/ສອດ​ຄ່ອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ