logo

ຫວຽດ​ນາມ ແລະ ລາວ​ສືບ​ຕໍ່​ຊຸກ​ຍູ້​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື

2025/7/10 | 10:13:18
(VOVWORLD) - ບັນດາການນຳຂັ້ນສູງຂອງລາວກໍ່ເນັ້ນໜັກເຖິງການຕີລາຄາ, ສະຫຼຸບເບື້ອງຕົ້ນການປະຕິບັດຂໍ້ຕົກລົງຂັ້ນສູງສອງພັກ, ສອງລັດ, ເນື້ອໃນຂໍ້ຕົກລົງກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືລະຫວ່າງລັດຖະບານໃນ 6 ເດືອນຕົ້ນປີ ແມ່ນບາດກ້າວສຳຄັນເພື່ອສຳຫຼວດກວດກາ ກະກຽມເປັນຢ່າງດີ ໃຫ້ການພົບປະລະຫວ່າງສອງກົມການເມືອງໃນໄລຍະຈະມາເຖິງ
 ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນສີສຸລິດ  (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 9 – 11 ກໍລະກົດ, ຕອນບ່າຍວັນທີ 9 ກໍລະກົດດ ຢູ່ນະຄອນຫຼວງ ວຽງຈັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນສີສຸລິດ ແລະ ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

ຢູ່ບັນດາການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ລາຍງານຕໍ່ທ່ານ ເລຂາທິການໃຫຍ່ ແລະ ນາຍົກລັດຖະມົນຕີ ລາວ ກ່ຽວກັບໝາກຜົນການພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີລາວ ສະເຫຼີມໄຊ ກົມມະສິດ, ຕາມນັ້ນແລ້ວສອງຝ່າຍໄດ້ຕີລາຄາໝາກຜົນການຮ່ວມມືໃນ 6 ເດືອນຕົ້ນປີສາມາດບັນລຸໄດ້ເປົ້າໝາຍທີ່ວາງອອກໂດຍພື້ນຖານ ດ້ວຍ 6 ຈຸດພົ້ນເດັ່ນໃຫຍ່. ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະສຸມໃສ່ 8 ໜ້າທີ່ຈຸດສຸມນັບແຕ່ນີ້ຈົດຮອດທ້າຍປີ 2025, ໃນນັ້ນມີການຊຸກຍູ້ການປະຕິບັດສຳເລັດ ແລະ ມອບ 5 ໂຄງການຈຸດສຸມໃຫ້ລາວ, ສືບຕໍ່ຜັນຂະຫຍາຍ 10 ກຸ່ມໜ້າທີ່/ໂຄງການອື່ນ.

ບັນດາການນຳຂັ້ນສູງຂອງລາວກໍ່ເນັ້ນໜັກເຖິງການຕີລາຄາ, ສະຫຼຸບເບື້ອງຕົ້ນການປະຕິບັດຂໍ້ຕົກລົງຂັ້ນສູງສອງພັກ, ສອງລັດ, ເນື້ອໃນຂໍ້ຕົກລົງກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືລະຫວ່າງລັດຖະບານໃນ 6 ເດືອນຕົ້ນປີ ແມ່ນບາດກ້າວສຳຄັນເພື່ອສຳຫຼວດກວດກາ ກະກຽມເປັນຢ່າງດີ ໃຫ້ການພົບປະລະຫວ່າງສອງກົມການເມືອງໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວທອງລຸນ ສີສຸລິດ ສະເໜີສອງຝ່າຍສືບຕໍ່ສຸມໃສ່ຍູ້ແຮງການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ໃນນັ້ນຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດ, ເປັນຕົ້ນແມ່ນເຊື່ອມຕໍ່ພື້ນຖານໂຄງລ່າງຄືເສັ້ນທາງຄວາມໄວສູງ ວຽງຈັນ - ຮ່າໂນ້ຍ.

TAG
VOV/VOVworld/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ