logo

ຫວຽດ​ນາມ ແລະ ລາວ ຮ່ວມ​ມື​ພັດ​ທະ​ນາ​ການ​ຄ້າ, ພະ​ລັງ​ງານ ແລະ Logistics ເຂດ​ຊາຍ​ແດນ

2025/8/5 | 08:51:09
(VOVWORLD) - ລັດຖະມົນຕີສອງທ່ານພິຈາລະນາແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດທີ່ກ່ຽວຂ້ອງເຖິງການສົ່ງອອກນ້ຳຕານ ຈາກ ລາວ ເຂົ້າ ຫວຽດນາມ.

(ພາບ: moit.gov.vn)

   ຫວຽດນາມ ແລະ ລາວ ຈະຮ່ວມມືພັດທະນາການຄ້າ ພະລັງງານ ແລະ Logistics ເຂດຊາຍແດນ. ນີ້ແມ່ນໝາກຜົນຂອງການພົບປະເຈລະຈາລະຫວ່າງທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ລາວ ໃນວັນທີ 4 ສິງຫາ ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງກະຊວງອຸດສາຫະກຳການຄ້າ ລາວ ແຕ່ວັນທີ 3-4 ສິງຫາ. ທ່ານ ຫງວຽນຮົ່ງຢຽນ ສະເໜີໃຫ້ ຝ່າຍ ລາວ ເພີ່ມທະວີການສະໜອງຂໍ້ມູນກ່ຽວກັບຄວາມຕ້ອງການຕະຫຼາດ, ບັນຊີລາຍຊື່ສິນຄ້າສົ່ງອອກ-ນຳເຂົ້າ ແລະ ວິສາຫະກິດຕິດຕໍ່ປະສານ ເພື່ອໃຫ້ ຫວຽດນາມ ໜູນຊ່ວຍເຊື່ອມຕໍ່ກັບບັນດານັກນຳເຂົ້າໃຫ່ຍ, ລະບົບຈຳໜ່າຍຂອງ ຫວຽດນາມ ຢ່າງມີປະສິດທິຜົນ. ພ້ອມກັນນັ້ນ ກໍ່ວາງແຜນກຳນົດສັງລວມບັນດາໂຄງການໄຟຟ້າທີ່ຄາດວ່າຈະຂາຍໃຫ້ ຫວຽດນາມ.

 ລັດຖະມົນຕີສອງທ່ານພິຈາລະນາແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດທີ່ກ່ຽວຂ້ອງເຖິງການສົ່ງອອກນ້ຳຕານ ຈາກ ລາວ ເຂົ້າ ຫວຽດນາມ ຕາມສັນຍາການຄ້າ ຫວຽດນາມ-ລາວ ປີ 2015 ໃນໄລຍະ 2021-2022; ຮ່ວມມືກໍ່ສ້າງສາງນ້ຳມັນ ແລະ ເຂດອຸດສາຫະກຳ-ເສດຖະກິດຮ່ວມ ຫວຽດນາມ-ລາວ. ສອງຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາຫົວໜ່ວຍທີ່ມີໜ້າທີ່ຮັບຜິດຊອບ; ສ້າງພື້ນຖານອັນໝັ້ນຄົງໜັກແໜ້ນ ເພື່ອພັດທະນາການພົວພັນດ້ານເສດຖະກິດ-ການຄ້າ-ພະລັງງານ ຫວຽດນາມ-ລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່.

TAG
VOV/VOVworld/ຫວຽດ​ນາມ ແລະ ລາວ ຮ່ວມ​ມື​ພັດ​ທະ​ນາ​ການ​ຄ້າ/ພະ​ລັງ​ງານ ແລະ Logistics ເຂດ​ຊາຍ​ແດນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ