ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Mikhail Mishustin ນາຍົກລັດຖະມົນຕີ ລັດເຊຍ. (ພາບ: VOV) |
ໃນການພົບປະສົນທະນາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການສົນທະນາ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົບປະ, ແລກປ່ຽນຄະນະ, ໂດຍສະເພາະແມ່ນໃນຂົງເຂດ: ເສດຖະກິດ - ການຄ້າ - ການລົງທຶນ, ພະລັງງານ - ນ້ຳມັນອາຍແກັດ, ກະສິກຳ, ຄົມມະນາຄົມຂົນສົ່ງ, logistics, ການສຶກສາ - ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ວິທະຍາສາດ - ເຕັກໂນໂລຢີ, ການຮ່ວມມືທ້ອງຖິ່ນ ແລະ ການພົບປະແລກປ່ຽນປະຊາຊົນ. ສອງຝ່າຍຢັ້ງຢືນຄວາມຕັດສິນໃຈຍົກລະດັບການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ໃຫ້ກາຍເປັນປາຍແຫຼມ, ປະຈັນບານໃນການຮ່ວມມືສອງຝ່າຍ; ຜັນຂະຫຍາຍສົນທິສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບເສດຖະກິດ ອາຊີ - ເອີຣົບ ເຊິ່ງ ລັດເຊຍ ເປັນສະມາຊິກນັ້ນ ໃຫ້ມີປະສິດທິຜົນ, ເປີດຕະຫຼາດໃຫ້ແກ່ສິນຄ້າສົ່ງອອກຂອງກັນ, ຊຸກຍູ້ບັນດາການເຄື່ອນໄຫວລົງທຶນສອງຝ່າຍ. ການນຳສອງທ່ານກໍໄດ້ຢັ້ງຢືນຄືນຄວາມຕັດສິນໃຈຍົກລະດັບການຮ່ວມມືໃນຂົງເຂດພະລັງງານ - ນ້ຳມັນອາຍແກັດ, ຄົ້ນຄວ້າ , ເປີດກວ້າງການຮ່ວມມືໃນບັນດາຂົງເຂດພະລັງງານໃໝ່, ພະລັງງານສະອາດ, ພະລັງງານທົດແທນໂດຍໄວ…
ນາຍົກລັດຖະມົນຕີສອງທ່ານກໍໄດ້ເຫັນດີເປັນເອກະພາບນຳຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີກາຍເປັນເສົາຄ້ຳຮ່ວມມືໃໝ່; ເປີດກວ້າງບັນດາໂຄງການທີ່ມີຄວາມສາມາດບົ່ມຊ້ອນຫຼາຍກວ່າອີກ, ພິເສດແມ່ນໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ປັນຍາປະດິດ (AI)…, ເປີດກວ້າງການຮ່ວມມືຄົ້ນຄວ້າວິທະຍາສາດໃນຂອບເຂດສູນເຂດຮ້ອນ ຫວຽດນາມ - ລັດເຊຍ.
ທ່ານ Mikhail Mishustin ປາດຖະໜາວ່າສອງຝ່າຍຈະສ້າງເງື່ອນໄຂສະດວກໃຫ້ແກ່ແຂກທ່ອງທ່ຽວຂອງສອງປະເທດກວ່າອີກ; ເພີ່ມທະວີຈັດຕັ້ງບັນດາກິດຈະກຳພົບປະແລກປ່ຽນວັດທະນະທຳ; ຈັດຫ້ອງຮຽນ, ໂຮງຮຽນສອນພາສາ ຫວຽດ ຢູ່ ລັດເຊຍ ແລະ ພາສາ ລັດເຊຍ ຢູ່ ຫວຽດນາມ. ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ລັດເຊຍ ສືບຕໍ່ຊ່ວຍເຫຼືອ ຫວຽດນາມ ໃນການບຳລຸງກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເພີ່ມຈຳນວນທຶນການສຶກສາໃຫ້ແກ່ ຫວຽດນາມ; ສືບຕໍ່ສ້າງບັນດາເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດຢູ່ ລັດເຊຍ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ພົບປະກັບທ່ານນາງ Valentina Matviyenko ປະທານສະພາສະຫະພັນ ລັດເຊຍ (ພາບ: VOV) |
ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ພົບປະກັບທ່ານນາງ Valentina Matviyenko ປະທານສະພາສະຫະພັນ ລັດເຊຍ, 2 ຝ່າຍເຫັນດີສືບຕໍ່ເສີມຂະຫຍາຍບົດບາດຂອງສອງສະພາແຫ່ງຊາດ, ສົມທົບກັບຕິດຕາມກວດກາຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆທີ່ບັນລຸໄດ້ລະຫວ່າງລັດຖະບານສອງປະເທດໃນທຸກຂົງເຂດ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີພົບປະກັບທ່ານ Ziuganov ປະທານພັກກອມມູນິດສະຫະພັນ ລັດເຊຍ. (ພາບ: VOV) |
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 23 ມີນາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ໄດ້ພົບປະກັບທ່ານ Ziuganov ປະທານພັກກອມມູນິດສະຫະພັນ ລັດເຊຍ.




