logo

ຫວຽດນາມ ​ແລະ ອາ​ຟຼິກາ​ໃຕ້ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື .

2011/11/18 | 08:31:03
ວັນ​ທີ 17/11, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ເຈລະຈາ​ກັບ​ປະທານ​ສະພາ​ຕຳ່ ອາ​ຟຼິກາ​ໃຕ້ Max Vuyisile Sisulu ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 16 -19/11.


( vtv.vn )

 ວັນ ​ທີ 17/11, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ເຈລະຈາ​ກັບ​ປະທານ​ສະພາ​ຕຳ່ ອາ​ຟຼິກາ​ໃຕ້ Max Vuyisile Sisulu ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 16 -19/11. ທີ່​ການ​ເຈລະຈາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​​ແລະ​ປະທານ​ສະພາ​ຕຳ່ ອາ​ຟຼິກາ​ໃຕ້ Max Vuyisile Sisulu  ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ອົງການ​ນິຕິບັນຍັດ ​ເພື່ອ​ຫນູນ​ຊ່ວຍ​​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ ການ​ຮ່ວມ​ມື​ຫລາຍ​ດ້ານ​ຂອງ​ສອງ​ປະ​ເທດ ຫວຽດນາມ ​ແລະ ອາ​ຟຼິກາ​ໃຕ້ ​ເປ​ັນຕົ້ນ​ແມ່ນ​ການ​ຮ່ວມ​ມື​ດ້ານ​​ເສດຖະກິດ​ ການ​ຄ້າ, ວັດທະນະທຳ ​ແລະ ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ. ສອງ​ຝ່າຍ​ກໍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ. ​ແລະ ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ປະທານ ສະພາ​ຕຳ່ ອາ​ຟຼິກາ​ໃຕ້ Max Vuyisile Sisulu. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ຊົມ​ເຊີຍ ບັນດາ​ວິ​ສາ​ຫະກິດ    ອາ​ຟຼິກາ​ໃຕ້ ມາ​ຊອກ​ຫາ​ກາລະ​ໂອກາດ​ການ​ຮ່ວມ​ມື, ຊຸກຍູ້​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດຍາວ​ນານ​ຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາດ​ຖະຫນາ​ວ່າ ສອງ​ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ ​ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ມື​ເສດຖະກິດ.
TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ