logo

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ນັກ​ລົງ​ທຶນ​ຢູ່​ສູນ​ການ​ເງິນ​ສາ​ກົນ

2026/3/24 | 08:51:15
(VOVWORLD) - ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງ, ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ພິເສດແມ່ນວິສາຫະກິດ ອາເມລິກາ, ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ປະສົບຜົນສຳເລັດຢູ່ VIFC. 
ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ກ່າວຄຳເຫັນທີ່ການສົນທະນາ (ພາບ:VOV)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ, ຕອນເຊົ້າວັນທີ 23 ມີນາ ຕາມເວລາທ້ອງຖິ່ນ ຢູ່ ນິວຢອກ, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ເຂົ້າຮ່ວມການສົນທະນາລະຫວ່າງວິສາຫະກິດ ຫວຽດນາມ - ອາເມລິກາ ດ້ວຍຫົວຂໍ້ ດຶງດູດແຫຼ່ງທຶນ ແລະ ຊຸກຍູ້ການລົງທຶນເຂົ້າສູນການເງິນສາກົນ ຫວຽດນາມ (VIFC). ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງ, ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ພິເສດແມ່ນວິສາຫະກິດ ອາເມລິກາ, ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ປະສົບຜົນສຳເລັດຢູ່ VIFC. ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ວິສາຫະກິດ ອາເມລິກາ ສືບຕໍ່ຮ່ວມເດີນທາງ, ກາຍເປັນບັນດານັກລົງທຶນປະຈັນຍານ, ພ້ອມທັງສວມບົດບາດເຊື່ອມຕໍ່ບັນດານັກລົງທຶນໃຫຍ່ເຂົ້າຮ່ວມ VIFC; ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື ໂຄງລ່າງການເງິນທັນສະໄໝ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, fintech, ການເງິນສີຂຽວ ແລະ ຊັບສິນດີຈີຕອນ. ໄປຄຽງຄູ່ກັນນັ້ນ, ບັນດາວິສາຫະກິດຍັງໄດ້ຮັບການສົ່ງເສີມເຂົ້າຮ່ວມການສົນທະນາ, ໃຫ້ຄຳປຶກສາດ້ານນະໂຍບາຍ, ແບ່ງປັນບົດຮຽນປະສົບການສາກົນ ເພື່ອແນໃສ່ປັບປຸງສະພາບແວດລ້ອມນິຕິກຳອັນໂປ່ງໃສ, ສະດວກ ແລະ ຍືນຍົງໃຫ້ແກ່ VIFC ຢ່າງສົມບູນແບບ.

ນັກຂ່າວ VOV ປະຈຳ ອາເມລິກາ


 

TAG
VOV/VOVworld/ສູນການເງິນສາກົນ ຫວຽດນາມ/fintech/ການເງິນສີຂຽວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ