logo

ຫຼາຍ​ຂົງ​ເຂດ​ເສດ​ຖະ​ກິດ​ຮັກ​ສາ​ທ່າ​ເຕີບ​ໂຕ​ສູງ

2026/3/6 | 10:30:52
(VOVWORLD) -    ຕອນເຊົ້າວັນທີ 06 ມີນາ, ກົມສະຖິຕິ (ກະຊວງການເງິນ) ໄດ້ປະກາດບົດລາຍງານສະພາບການເສດຖະກິດ ສັງຄົມ ເດືອນກຸມພາ ແລະ 2 ເດືອນຕົ້ນປີ  2026).
(ພາບປະກອບ:  VOV)

ຕາມນັ້ນແລ້ວ, ດັດຊະນີການຜະລິດທົ່ວຂະແໜງອຸດສາຫະກຳ 2 ເດືອນຕົ້ນປີນີ້ ເພີ່ມຂຶ້ນ 10,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສຳລັບຂົງເຂດນຳເຂົ້າ-ສົ່ງອອກ, ໃນເດືອນກຸມພາ, ວົງເງິນການສົ່ງອອກ, ນຳເຂົ້າສິນຄ້າທັງໝົດຂອງ ຫວຽດນາມ ບັນລຸ 67,16 ຕື້ USD. ໄລ່ລວມສອງເດືອນຕົ້ນປີ 2026, ວົງເງິນການນຳເຂົ້າສົ່ງອອກສິນຄ້າທັງໝົດບັນລຸ 155,7 ຕື້ USD, ເພີ່ມຂຶ້ນ 22,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ ການສົ່ງອອກເພີ່ມຂຶ້ນ 18,3%.

        ຕໍ່ໜ້າສະພາບການລາຄານ້ຳມັນໂລກເພີ່ມຂຶ້ນຢ່າງແຮງ, ກໍ່ກຳລັງກົດດັນເຖິງໄພເງິນເຟີ້ ແລະ ອັດຕາແລກປ່ຽນ, ທ່ານ ຟ້າມແທັງຮ່າ ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ໃຫ້ຮູ້ວ່າ ທະນາຄານແຫ່ງລັດ ຫວຽດນາມ ຈະສືບຕໍ່ດັດປັບການສິນເຊື່ອໃຫ້ແທດເໝາະກັບການຜັນແປຂອງເສດຖະກິດມະຫາພາກ.

        ກ່ຽວກັບຂົງເຂດດຶງດູດເງິນລົງທຶນຕ່າງປະເທດ (FDI), ໄລ່ຮອດວັນທີ 28 ກຸມພາ, ເງິນລົງທຶນຕ່າງປະເທດທັງໝົດທີ່ໄດ້ຈົດທະບຽນລົງທຶນຢູ່ ຫວຽດນາມ ບັນລຸ 6,03 ຕື້ USD, ເຖິງວ່າໄດ້ຫຼຸດລົງກ່ຽວກັບຈຳນວນທຶນຈົດທະບຽນ ແຕ່ວ່າ ຈຳນວນທຶນປະຕິບັດພັດເພີ່ມຂຶ້ນຢ່າງແຮງ ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ.

TAG
VOV/VOVworld/ຮັກ​ສາ​ທ່າ​ເຕີບ​ໂຕ​ສູງ/ການ​ນຳ​ເຂົ້າ​ສົ່ງ​ອອກ/ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ