logo

ຫຼາຍປະເທດຮຽກຮ້ອງໃຫ້ພົນລະເມືອງຍົກຍ້າຍອອກຈາກຕາເວັນອອກກາງ

2026/2/28 | 08:49:42
(VOVWORLD) - ຕອນຄ່ຳວັນທີ 27 ກຸມພາ, ອີຕາລີ ແມ່ນປະເທດທຳອິດທີ່ປະກາດການແຈ້ງເຕືອນ, ກະຕຸກຊຸກຍູ້ໃຫ້ພົນລະເມືອງຂອງຕົນຍົກຍ້າຍອອກຈາກ ອີຣານ.
(ພາບປະກອບ: Majid Asgaripour/WANA/REUTERS)

ໂດຍມີຄວາມວິຕົກກັງວົນເກີດການປະທະກັນລະຫວ່າງ ອາເມລິກາ ແລະ ອີຣານ ໃນ 2 – 3 ຊົ່ວໂມງຜ່ານມາ, ມີຫຼາຍປະເທດ ເອີລົບ ແລະ ອາຊີ ໄດ້ພ້ອມກັນຮຽກຮ້ອງ, ຊ້ຳບໍ່ໜຳແມ່ນຮຽກຮ້ອງໃຫ້ພົນລະເມືອງອອກຈາກ ອີຣານ, ອິດສະຣາແອັນ ແລະ ປະເທດຢູ່ເຂດຕາເວັນອອກກາງ ຈຳນວນໜຶ່ງໃນທັນທີ.

ຕອນຄ່ຳວັນທີ 27 ກຸມພາ, ອີຕາລີ ແມ່ນປະເທດທຳອິດທີ່ປະກາດການແຈ້ງເຕືອນ, ກະຕຸກຊຸກຍູ້ໃຫ້ພົນລະເມືອງຂອງຕົນຍົກຍ້າຍອອກຈາກ ອີຣານ.

ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດ ໂປໂລຍ ກໍ່ອອກແຈ້ງການ, ຮຽກຮ້ອງໃຫ້ປະຊາຊົນຂອງປະເທດນີ້ອອກຈາກ ອີຣານ, ອິດສະຣາແອັນ ແລະ ລີບັງ ໃນທັນທີ. ຕອນບ່າຍວັນດຽວກັນ, ອັງກິດ ໄດ້ແຈ້ງໃຫ້ຊາບວ່າ ໄດ້ຖອນພາລະກອນສະຖານທູດປະເທດນີ້ປະຈຳ ອີຣານ ກັບເມືອປະເທດ ແລະ ຫັນການເຮັດວຽກມາເປັນເຮັດວຽກແບບທາງໄກ. ຢູ່ ອາຊີ, ຈີນ ແມ່ນໜຶ່ງໃນບັນດາປະເທດຫຼ້າສຸດທີ່ແຈ້ງເຕືອນໃຫ້ພົນລະເມືອງອອກຈາກ ອີຣານ ໂດຍໄວ. ຫຼາຍປະເທດໄດ້ຍົກອອກບັນດາຄຳແຈ້ງເຕືອນໃໝ່ສຸດພາຍຫຼັງ 1 ວັນເມື່ອສິ້ນສຸດຮອບເຈລະຈາຫຼ້າສຸດລະຫວ່າງ ອາເມລິກາ ແລະ ອີຣານ ກ່ຽວກັບອະນາຄົດໂຄງການນິວເຄຼຍຂອງ ເຕເຮຣາ (26 ກຸມພາ) ແຕ່ບໍ່ບັນລຸໄດ້ຂໍ້ຕົກລົງໃດໆ.

TAG
VOV/VOVworld/ແຈ້ງເຕືອນ/ພົນ​ລະ​ເມືອງ​/ອອກ​ຈາກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ