logo

ອັດ​ຕາ​ປິ່ນ​ປົວ​ພະ​ຍາດວັນ​ນະ​ໂລກຢ່າງ​ສຳ​ເລັດ​ຜົນ​ຢູ່ ຫວຽດ​ນາມ ​ບັນ​ລຸ​ປະ​ມ​ານ 90%, ສູງກວ່າ​ອັດ​ຕາ​ສະ​ເລ່ຍ​ທົ່ວ​ໂລກ

2026/3/24 | 11:53:45
(VOVWORLD) - ອັດຕາປິ່ນປົວຢ່າງສຳເລັດຜົນຢູ່ ຫວຽດນາມ ໃນປັດຈຸບັນບັນລຸປະມານ 90%, ສູງກວ່າລະດັບສະເລ່ຍທົ່ວໂລກ (88%).
ພິທີສະເຫຼີມສະຫຼອງວັນປ້ອງກັນ, ຕ້ານພະຍາດວັນນະໂລກໂລກ (ພາບ: VTCnews)

ວັນທີ 24 ມີນາ, ຢູ່ຮ່າໂນ້ຍ, ໂຮງໝໍປອດສູນກາງ, ໂຄງການຕ້ານພະຍາດວັນນະໂລກແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນປ້ອງກັນ, ຕ້ານພະຍາດວັນນະໂລກໂລກ ດ້ວຍການເຂົ້າຮ່ວມໂດຍກົງ ແລະ ທາງໄກຢູ່ຫຼາຍສະຖານທີ່ເຊື່ອມຕໍ່ຂອງບັນດາຮາກຖານປິ່ນປົວພະຍາດວັນນະໂລກ ແລະ ພະຍາດປອດໃນທົ່ວປະເທດ. ນີ້ແມ່ນເຫດການສຳຄັນເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງຊຸມຊົນກ່ຽວກັບບັນດາຜົນກະທົບຢ່າງຮ້າຍແຮງຂອງພະຍາດວັນນະໂລກຕໍ່ສຸຂະພາບຂອງມະນຸດ, ເສດຖະກິດ ແລະ ສັງຄົມ.

ທ່ານ ປອ. ແພດໝໍອາວຸໂສ ດິງວັນເລື້ອງ, ຜູ້ອຳນວຍການໂຮງໝໍປອດສູນກາງ (ພາບ: nhandan.vn)

        ຕາມທ່ານ ປອ. ແພດໝໍອາວຸໂສ ດິງວັນເລື້ອງ, ຜູ້ອຳນວຍການໂຮງໝໍປອດສູນກາງ, ຫົວໜ້າຄະນະບໍລິຫານໂຄງການປ້ອງກັນ, ຕ້ານພະຍາດວັນນະໂລກແຫ່ງຊາດ ຫວຽດນາມ ແລ້ວ, ພະຍາດວັນນະໂລກ ສາມາດປິ່ນປົ່ວໄດ້ຢ່າງສິ້ນເຊີງ ຖ້າກວດພົບເຫັນແຕ່ຫົວທີ ແລະ ມີການປິ່ນປົ່ວຖືກຕ້ອງຕາມຂັ້ນຕອນ. ຄົນເຈັບພຽງແຕ່ປິ່ນປົວພາຍໃນ 6 ເດືອນຫາ 1 ປີ ກໍຫາຍດີ, ບໍ່ເກີດມີຜົນຄຽງຂ້າງ. ອັດຕາປິ່ນປົວຢ່າງສຳເລັດຜົນຢູ່ ຫວຽດນາມ ໃນປັດຈຸບັນບັນລຸປະມານ 90%, ສູງກວ່າລະດັບສະເລ່ຍທົ່ວໂລກ (88%).

TAG
VOV/VOVworld/ພະຍາດວັນນະໂລກ/ປິ່ນ​ປົວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ