logo

ອິດ​ສະ​ຣາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ເຂດ ກາ​ຊາ​ ເຮັດ​ໃຫ້ມີ​ຜູ້​ເສຍ​ຊີ​ວິດ 6 ຄົນ

2026/3/10 | 07:25:35
(VOVWORLD) -  ການບຸກໂຈມຕີທາງອາກາດ ແລະ ຖະຫຼົ່ມປືນໃຫຍ່ດ້ວຍລົດຖັງຂອງ ອິດສະຣາແອັນ ຢູ່ເຂດ ກາຊາ ໃນວັນທີ 08 ມີນາ ໄດ້ເຮັດໃຫ້ຊາວ ປາແລັດສະຕິນ ເສຍຊີວິດ 6 ຄົນ.
ອິດສະຣາແອັນ ສືບຕໍ່ບຸກໂຈມຕີເຂດ ກາຊາ ເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ (ພາບ:  REUTERS)

ຜູ້ອຳນວຍການໂຮງໝໍ Al-Shifa ຢູ່ນະຄອນ ກາຊາ ໃຫ້ຮູ້ວ່າ ການບຸກໂຈມຕີຂອງ ອິດສະຣາແອັນ ຢູ່ໃກ້ບັນດາເຂດເຮືອນຕູບທີ່ມີປະຊາຊົນລີ້ໄພເປັນຈຳນວນຫຼາຍຢູ່ທາງທິດຕາເວັນຕົກນະຄອນ ກາຊາ ນັ້ນ ໄດ້ເຮັດໃຫ້ມີຜູ້ຊາຍ 3 ຄົນເສຍຊີວິດ, ໃນນັ້ນ ມີພະນັກງານການແພດ 01 ຄົນ.

ກໍໃນວັນດຽວກັນ, ສື່ມວນຊົນ ລີບັງ ໄດ້ຖະແຫຼງຂ່າວວ່າ ອິດສະຣາແອັນ ຈະສືບຕໍ່ບຸກໂຈມຕີເຂົ້າເຂດຊານເມືອງທາງທິດໃຕ້ນະຄອນຫຼວງ Beirut. ໃນຂະນະທີ່ ເຮັກໂບລາ ຖະແຫຼງໄດ້ປະທະກັນກັບກຳລັງ ອິດສະຣາແອັນ ທີ່ສົ່ງພົນເຂົ້າພາກຕາເວັນອອກ ລີບັງ. ຕາມກຳລັງ ເຮັກໂບລາ ແລ້ວ, ເຮືອບິນ ເຮລີກອັບເຕ 15 ລຳຂອງ ອິດສະຣາແອັນຈາກ ຊີຣີ ໄດ້ແຊກແຊງເຂົ້າ ລີບັງ ແລະ ຖືກຍິງຕົກ 01 ລຳ.

ມິງໂງ - ນັກຂ່າວ VOV ປະຈຳ ອີຢິບ


 

TAG
VOV/VOVworld/ອິດ​ສະ​ຣາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ເຂດ ກາ​ຊາ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ