logo

ອີ​ຣານ ຍົກ​ອອກບ​ັນ​ດາ​ເງື່ອນ​ໄຂ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ

2026/3/10 | 11:22:47
(VOVWORLD) - ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ Masoud Pezeshkian ຊີ້ແຈ້ງວ່າ ອີຣານ ຍາມໃດກໍພ້ອມແລ້ວທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງໃນພາກພື້ນດ້ວຍເງື່ອນໄຂ “ເຂດນ່ານຟ້າ, ເຂດດິນຕໍ່ແຜ່ນ ແລະ ເຂດທະເລຂອງບັນດາປະເທດບ້ານໃກ້ເຮືອນຄຽງບໍ່ຖືກນຳໃຊ້ເພື່ອບຸກໂຈມຕີປະຊາຊົນ ອີຣານ”. 
ທ່ານປະທານາທິບໍດີ ອີຣານ Masoud Pezeshkian  (ພາບ: WANA/Majid Asgaripour via REUTERS)

   ເຕເຮຣານ ພ້ອມແລ້ວທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຕາເວັນອອກກາງ. ສິ່ງດັ່ງກ່າວໂດຍທ່ານປະທານາທິບໍດີ ອີຣານ Masoud Pezeshkian ໄດ້ເນັ້ນໜັກໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຕວັກກີ ໃນວັນທີ 09 ມີນາ. ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ Masoud Pezeshkian ຊີ້ແຈ້ງວ່າ ອີຣານ ຍາມໃດກໍພ້ອມແລ້ວທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງໃນພາກພື້ນດ້ວຍເງື່ອນໄຂ “ເຂດນ່ານຟ້າ, ເຂດດິນຕໍ່ແຜ່ນ ແລະ ເຂດທະເລຂອງບັນດາປະເທດບ້ານໃກ້ເຮືອນຄຽງບໍ່ຖືກນຳໃຊ້ເພື່ອບຸກໂຈມຕີປະຊາຊົນ ອີຣານ”. ສ່ວນທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ຮຽກຮ້ອງໃຫ້ຢຸດຕິບັນດາການກະທຳ ເພື່ອແນໃສ່ເປົ້າໝາຍບັນດາປະເທດ ອິດສະລາມ ໃນພາກພື້ນ, ພ້ອມທັງຢັ້ງຢືນວ່າ Ankara ຄັດຄ້ານການແຊກແຊງແບບຜິດກົດໝາຍເຂົ້າວຽກງານພາຍໃນຂອງ ອີຣານ.

        ກໍໃນວັນດຽວກັນ, ໃນການຕອບສຳພາດຕໍ່ຊ່ອງໂທລະພາບ, ທ່ານຮອງລັດຖະມົນຕີການຕ່າງປະເທດ ອີຣານ Kazim Garibabadi ໃຫ້ຮູ້ວ່າ ຈີນ, ລັດເຊຍ, ຝລັ່ງ ແລະ ບາງປະເທດໄດ້ຕິດຕໍ່ກັບ ອີຣານ ກ່ຽວກັບການຢຸດຕິສົງຄາມ ຫຼື ບັນລຸໄດ້ຂໍ້ຕົກລົງຢຸດຍິງ. ເຖິງຢ່າງໃດກໍຕາມ, ທ່ານ Garibabadi ເນັ້ນໜັກວ່າ ບໍ່ວ່າຂໍ້ຕົກລົງທີ່ມີກຳລັງບົ່ມຊ້ອນໃດ ກໍຕ້ອງ “ຮັບປະກັນວ່າ ຈະບໍ່ຊ້ຳຄືນບັນດາການກະທຳເກາະຜິດຕ້ານ ອີຣານ”.

TAG
VOV/VOVworld/ອີ​ຣານ/ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຕາເວັນອອກກາງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ