logo

ອີ​ຣານ​ ຖະ​ແຫຼງ​ຢາກ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢ່າງ​ສິ້ນ​ເຊີງ

2026/3/27 | 08:40:44
(VOVWORLD) - ອີຣານ ປາດຖະໜາຢາກ “ຢຸດຕິການປະທະກັນໃນປັດຈຸບັນກັບ ອາເມລິກາ ແລະ ອິດສະຣາແອັນ ຢ່າງສິ້ນເຊີງ. ນີ້ແມ່ນສານໂດຍທ່ານ Masoud Pezeshkian, ປະທານາທິບໍດີ ອີຣານ ໄດ້ຍົກອອກມາໃນການໂອ້ລົມທາງໂທລະສັບກັບທ່ານ Anwar Ibrahim  ນາຍົກລັດຖະມົນຕີ ມາເລເຊຍ ໃນວັນທີ 26 ມີນາ. 
ທ່ານປະທານາທິບໍດີ ອີຣານ Masoud Pezeshkian (ພາບ:  Iran's Presidential website/WANA/Handout via REUTERS)

  ທ່ານປະທານາທິບໍດີ Pezeshkian ໃຫ້ຮູ້ວ່າ ເຕເຮຣານ ເດີນຕາມມາດຕະການສິ້ນສຸດສົງຄາມຢ່າງຮອບດ້ານ, ໄປຄຽງຄູ່ກັບການຮັບປະກັນກ່ຽວກັບສັນຕິພາບແບບຍາວນານໃນພາກພື້ນ. ພ້ອມດຽວກັນນັ້ນ,  ທ່ານ Pezeshkian ກໍຕີລາຄາສູງຫຼັກໝັ້ນຂອງ ມາເລເຊຍ ທີ່ໄດ້ກ່າວປະນາມການບຸກໂຈມຕີເຂົ້າບັນດາເປົ້າໝາຍຂອງ ອີຣານ, ຖືນີ້ແມ່ນການສະໜັບສະໜູນໂດຍມີຫຼັກການຕໍ່ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດນີ້.  

       ສ່ວນທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ໄດ້ແບ່ງປັນກັບ ອີຣານ ຕໍ່ບັນດາຜົນເສຍຫາຍໂດຍການປະທະກັນກໍ່ຂຶ້ນ, ພ້ອມທັງເນັ້ນໜັກເຖິງຫຼັກໝັ້ນຄັດຄ້ານທຸກການກະທຳລະເມີດອະທິປະໄຕແຫ່ງຊາດ. ການນຳ ມາເລເຊຍ ກໍຮຽກຮ້ອງໃຫ້ຕ້ອງມີບັນດາການຮັບປະກັນສາກົນ ແນໃສ່ສະກັດກັ້ນບໍ່ໃຫ້ບັນດາການປະທະກັນເກີດຂຶ້ນອີກໃນອະນາຄົດ.

ໃນການຜັນແປທີ່ກ່ຽວຂ້ອງ, ກໍໃນວັນດຽວກັນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ອີຣານ ໄດ້ອະນຸຍາດໃຫ້ກ່ຳປັ່ນຂົນສົ່ງນ້ຳມັນ 10 ລຳໄປຜ່ານຊ່ອງແຄບທະເລ Hormuz ຄືດັ່ງເປັນ “ການກະທຳທີ່ມີເຈດຕະນາດີ” ໃນສະພາບການບັນດາການເຈລະຈາແນໃສ່ຢຸດຕິການປະທະກັນລະຫວ່າງສອງຝ່າຍພວມດຳເນີນ.


TAG
VOV/VOVworld/ຢຸດ​ຕິ​ການ​ປະ​ທະ​ກັນ​ຢ່າງ​ສິ້ນ​ເຊີງ/ຮັບ​ປະ​ກັນ​ສັນ​ຕິ​ພາບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ