logo

ອີ​ຣ​ານ​ພວມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ເພື່ອ​ຊ່ວຍເຫຼືອ​ພົນ​ລະ​ເມືອງ ຫວຽດ​ນາມ

2026/3/5 | 08:59:17
(VOVWORLD) - ກະຊວງການຕ່າງປະເທດ ອີຣານ ແລະ ວົງການເຈົ້າໜ້າທີ່ປະເທດນີ້ ໄດ້ຮັກສາການຕິດຕໍ່ພົວພັນກັບສະຖານທູດ ຫວຽດນາມ ປະຈຳ Tehran ຢ່າງຕໍ່ເນື່ອງ ເພື່ອອັບເດດສະພາບການ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງ ຫວຽດນາມ
 ທ່ານ Mohammad Mirali Mohammadi ອຸປະທູດຊົ່ວຄາວ ສາທາລະນະລັດ ອິດສະລາມ ອີຣານ ປະຈຳ ຫວຽດນາມ (ພາບ: VTCNews)

ອີຣານ ພວມມານະພະຍາຍາມສ້າງເງື່ອນໄຂສະດວກເທົ່າທີ່ຈະເຮັດໄດ້ ເພື່ອ ຊ່ວຍເຫຼືອຊາວຫວຽດນາມ ທຽບເທົ່າ ກັບພົນລະເມືອງປະເທດປະຈຳຖິ່ນ. ນີ້ແມ່ນການຢັ້ງຢືນຂອງ ທ່ານ Mohammad Mirali Mohammadi ອຸປະທູດຊົ່ວຄາວ ສາທາລະນະລັດ ອິດສະລາມ ອີຣານ ປະຈຳ ຫວຽດນາມ ໃນການພົບປະກັບສື່ມວນຊົນໃນຕອນບ່າຍວັນທີ 4 ມີນາ ຢູ່ຮ່າໂນ້ຍ ເພື່ອແນໃສ່ສະໜອງຂໍ້ມູນອັບເດດກ່ຽວກັບບັນດາການຜັນແປຫຼ້າສຸດຢູ່ປະເທດນີ້.

ຕາມ ທ່ານ Mohammad Mirali Mohammadi ແລ້ວ, ກະຊວງການຕ່າງປະເທດ ອີຣານ ແລະ ວົງການເຈົ້າໜ້າທີ່ປະເທດນີ້ ໄດ້ຮັກສາການຕິດຕໍ່ພົວພັນກັບສະຖານທູດ ຫວຽດນາມ ປະຈຳ Tehran ຢ່າງຕໍ່ເນື່ອງ ເພື່ອອັບເດດສະພາບການ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກຢູ່ທີ່ນີ້. ໃນປັດຈຸບັນບັນດາພົນລະເມືອງ ຫວຽດນາມ ໄດ້ອົບພະຍົບ ຫຼື ເຄື່ອນຍ້າຍໄປຍັງເຂດປອດໄພຢ່າງຮີບດ່ວນ.

ໂດຍຕີລາຄາກ່ຽວກັບຫຼັກໝັ້ນຂອງ ຫວຽດນາມ ຕໍ່ກັບການປະທະກັນໃນປັດຈຸບັນ ຢູ່ເຂດຕາເວັນອອກກາງ, ທ່ານ ອຸປະທູດຊົ່ວຄາວ ອີຣານ ໄດ້ສະແດງຄວາມເຄົາລົບ ແລະ ຕີລາຄາສູງບົດບາດອັນຕັ້ງໜ້າ, ກໍ່ຄືທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນສັນຕິພາບ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ ແລະ ກົດບັດ ສປຊ.


TAG
VOV/VOVworld/ຫວຽດ​ນາມ/ອີ​ຣານ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ