logo

ອີ​ຣານ ສືບ​ຕໍ່​ຖະ​ແຫຼງ​ບໍ່​ຢຸດ​ຍິງ

2026/3/10 | 07:16:44
(VOVWORLD) - ບັ້ນບຸກໂຈມຕີທາງອາກາດຄັ້ງຫຼ້າສຸດໄດ້ດຳເນີນຍາມກາງຄືນມື້ວານນີ້, ໃນຂະນະນັ້ນກອງທັບອາກາດ ອິດສະຣາແອັນ ໄດ້ຜັນຂະຫຍາຍເຮືອບິນສູ້ຮົບນັບສິບລຳ, ຖີ້ມລະເບີດກວ່າ 170 ລູກລົງບັນດາສະໜາມຮົບປ້ອງກັນອາກາດ ແລະ ລູກສອນໄຟ ອີຣານ ຢູ່ເຂດນະຄອນຫຼວງ ເຕເຕເຮຣານ, ພ້ອມກັບບັນດານະຄອນ Isfahan ແລະ Shiraz.
ລົດຄັນໜຶ່ງຖືກທຳລາຍພາຍຫຼັງການບຸກໂຈມຕີເລັ່ງໃສ່ສາງແຮນ້ຳມັນ Shahran ຢູ່ ເຕເຮຣານ ໃນວັນທີ 8 ມີນາ (ພາບ: REUTERS)

ວັນທີ 9 ມີນາ, ແມ່ນວັນທີ 10 ຂອງການປະທະກັນລະຫວ່າງ ອີຣານ ກັບ ອາເມລິກາ ແລະ ອິດສະຣາແອັນ, ກຳລັງປ້ອງກັນຕົວອິດສະຣາແອັນ (IDF) ໃຫ້ຮູ້ວ່າ ກອງທັບອາກາດປະເທດນີ້ໄດ້ເປີດການບຸກໂຈມຕີຂອບຂະໜາດໃຫຍ່ຕື່ມກຫຼາຍຄັ້ງໃສ່ ອີຣານ , ມ້າງທຳລາຍຫຼາຍຮາກຖານການທະຫານສຳຄັນໃນທົ່ວ ອີຣານ. ບັ້ນບຸກໂຈມຕີທາງອາກາດຄັ້ງຫຼ້າສຸດໄດ້ດຳເນີນຍາມກາງຄືນມື້ວານນີ້, ໃນຂະນະນັ້ນກອງທັບອາກາດ ອິດສະຣາແອັນ ໄດ້ຜັນຂະຫຍາຍເຮືອບິນສູ້ຮົບນັບສິບລຳ, ຖີ້ມລະເບີດກວ່າ 170 ລູກລົງບັນດາສະໜາມຮົບປ້ອງກັນອາກາດ ແລະ ລູກສອນໄຟ ອີຣານ ຢູ່ເຂດນະຄອນຫຼວງ ເຕເຕເຮຣານ, ພ້ອມກັບບັນດານະຄອນ Isfahan ແລະ Shiraz.

ກໍໃນວັນດຽວກັນ, ອີຣານ ໄດ້ຍິງລູກສອນໄຟນຳວິຖີທັງໝົດ 11 ບັ້ນໄປທາງທິດ ອິດສະຣາແອັນ. ລູກສອນໄຟສ່ວນໃຫຍ່ຂອງ ອີຣານ ຖືກຕີສະກັດ, ແຕ່ຍັງກໍ່ຜົນເສຍຫາຍຢ່າງໜັກໜ່ວງຈຳນວນໜຶ່ງ.

ສ່ວນກຳລັງທະຫານພິທັກປະຕິວັດອິດສະລາມ ອີຣານ (IRGC) ຖະແຫຼງວ່າ ໄດ້ດຳເນີນການບຸກໂຈມຕີໂຕ້ຕອບຫຼາຍຄັ້ງໃນບັ້ນຮົບ “ຄຳໝັ້ນໝາຍອັນແທ້ຈິງ 4”, ເພື່ອເລັ່ງໃສ່ບັນດາເປົ້າໝາຍຂອງ ອາເມລິກາ ແລະ ອິດສະຣາແອັນ.   ກຳລັງ IRGC ກໍຢັ້ງຢືນວ່າ ໄດ້ບຸກໂຈມຕີຖານທີ່ໝັ້ນເຮລີກອັບເຕ Al-Adiri ຂອງ ອາເມລິກາ ປະຈຳ ກູເວດ ແລະ 05 ຖານທີ່ໝັ້ນຍຸດທະສາດອື່ນຂອງ ອາເມລິກາ ປະຈຳ ຕາເວັນອອກກາງ.

ກໍໃນວັນດຽວກັນ, ທ່ານ Esmaeil Baqaei ໂຄສົກກະຊວງການຕ່າງປະເທດ ອີຣານ ຊີ້ແຈ້ງວ່າ ເຕເຮຣານ ບໍ່ຕັ້ງໃຈມຸ່ງໄປເຖິງຄຳສັ່ງຢຸດຍິງ; ພ້ອມທັງຢັ້ງຢືນວ່າ ອີຣານ ຈະສືບຕໍ່ການຮົບປ້ອງກັນຕົວ ແລະ ໂຕ້ຕອບ.

TAG
VOV/VOVworld/ບຸກ​ໂຈມ​ຕີ​ທາງ​ອາ​ກາດ/ກອງທັບອາກາດ ອິດສະຣາແອັນ/ກຳລັງທະຫານພິທັກປະຕິວັດອິດສະລາມ ອີຣານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ