logo

ອີ​ຣານ ເພີ່ມ​ທະ​ວີ​ບັ້ນ​ບຸກ​ໂຈມ​ຕີ ອິດ​ສະ​ຣາ​ແອັນ ແລະ ບັນ​ດາ​ປະ​ເເທດເຂດ​ອ່າວ; ຮູ​ທີ ເຂົ້າ​ຮ່ວມ​ສົງ​ຄາມ​ຢ່າງ​ເປັນ​ທາງ​ການ

2026/3/29 | 11:34:10
(VOVWORLD) -        ວັນທີ 28 ມີນາ ແມ່ນມື້ທີ 29 ຂອງສົງຄາມຕາເວັນອອກກາງ, ອີຣານ ແລະ ບັນດາກຸ່ມພັນທະມິດສືບຕໍ່ປຸກລະດົມບັນດາບັ້ນບຸກໂຈມຕີເລັ່ງໃສ່ ອິດສະຣາແອັນ ພ້ອມດ້ວຍບັນດາປະເທດເຂດອ່າວ ທີ່ມີຖານທີ່ໝັ້ນການທະຫານຂອງ ອາເມລິກາ ຢ່າງລຽນຕິດ.

ກຳລັງປ້ອງກັນ ອິດສະຣາແອັນ ໃຫ້ຮູ້ວ່າ ໃນວັນທີ 28 ມີນາ, ອີຣານ ດຳເນີນ 7 ບັ້ນບຸກໂຈມຕີລູກສອນໄຟນຳວິຖີໄປຍັງດິນແດນ ອິດສະຣາແອັນ. ໃນນັ້ນ, ການຊ້ອມຮົບຕອນບ່າຍມື້ວານນີ້ ເຮັດໃຫ້ 11 ຄົນຢູ່ເຂດ Jerusalem  ຖືກບາດເຈັບ, ຫຼາຍອາຄານຖືກເປ່ເພ. ກຳລັງປ້ອງກັນ ອິດສະຣາແອັນ ຍອມຮັບວ່າ ລູກສອນໄຟ ອີຣານ ໄດ້ຂ້າມຕາໜ່າງປ້ອງກັນອາກາດ ອິດສະຣາແອັນ ແລະ ກໍ່ຜົນເສຍຫາຍຄືດັ່ງກ່າວ. ນອກຈາກບັນດາບັ້ນຊ້ອມຮົບລູກສອນໄຟນຳວິຖີຈາກ ອີຣານ ແລ້ວ, ກອງທັບ ອິດສະຣາແອັນ ກໍຢັ້ງຢືນວ່າ ກຳລັງ ຮູທີ ຢູ່ ເຢແມນ ແລະ ຂະບວນການ ເຮັກໂບລາ ຢູ່ລີບັງ, ໄດ້ເປີດບັ້ນບຸກໂຈມຕີເລັ່ງໃສ່ ອິດສະຣາແອັນ ຢ່າງລຽນຕິດ. ໃນຂະນະນັ້ນ, ກຳລັງ ຮູທີ ຍິງລູກສອນໄຟນຳວິຖີລູກປືນຢ່າງໜ້ອຍສຸດ 1 ລູກ, ລູກສອນໄຟນຳວິຖີ 1 ລູກ ແລະ ເຮືອບິນບໍ່ມີຄົນຂັບໄປຍັງທາງທິດ ອິດສະຣາແອັນ 1 ລຳ. ອາວຸດຂອງ ຮູທີ ທັງໝົດ ຖືກຕີສະກັດ ແລະ ບໍ່ກໍ່ຜົນເສຍຫາຍໃດໆ.

TAG
VOV/VOVworld/ກຳ​ລັງ​ປ້ອງ​ກັນ ອິດ​ສະ​ຣາ​ແອັນ/ອີ​ຣານ/ຮູ​ທີ/ບຸກ​ໂຈມ​ຕີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ