logo

ອີຣານ ເລືອກສາດສະດາຄົນໃໝ່

2026/3/9 | 09:47:25
(VOVWORLD) - ຜູ້ນຳສູງສຸດ Mojtaba Khamenei, ເກີດປີ 1969, ໄດ້ຮັບການຕີລາຄາວ່າແມ່ນຜູ້ນຳແນວທາງທີ່ຄ້າຍຄືກັນກັບພໍ່ຂອງຕົນ.

ວັນທີ 08 ມີນາ, ສະພານັກຊ່ຽວຊານ ອີຣານ ໄດ້ປະກາດການຄັດເລືອກສາດສະດາ Mojtaba Khamenei, ລູກຊາຍຂອງສາດສະດາ Ali Khamenei, ກາຍເປັນຜູ້ນຳສູງສຸດທີ 3 ຂອງ ອີຣານ. ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງຜູ້ສາດສະດາໃຫຍ່ Ali Khamenei ເສຍຊີວິດໃນບັນດາການບຸກໂຈມຕີສົມທົບກັນຂອງ ອາເມລິກາ ແລະ ອິດສະຣາແອັນ ໃນວັນທີ 28 ກຸມພາ. ຜູ້ນຳສູງສຸດ Mojtaba Khamenei, ເກີດປີ 1969, ໄດ້ຮັບການຕີລາຄາວ່າແມ່ນຜູ້ນຳແນວທາງທີ່ຄ້າຍຄືກັນກັບພໍ່ຂອງຕົນ.

ໃນວັນດຽວກັນ, ວັນທີ 9 ຂອງການປະທະກັນຢູ່ ຕາເວັນອອກກາງ, ບັນດາຝ່າຍເຂົ້າຮ່ວມການຕໍ່ສູ້ສືບຕໍ່ດຳເນີນການບຸກໂຈມຕີຢ່າງຮ້າຍແຮງໃສ່ກັນ. ໃນຄະນະນັນ, ອິດສະຣາແອັນ ໄດ້ເປີດການບຸກໂຈມຕີທາງອາກາດ 5 ຄັ້ງແນໃສ່ ອີຣານ. ກົງກັນຂ້າມ, ອີຣານ ໄດ້ປຸກລະດົມດ້ວຍລູກສອນໄຟນຳວິຖີ 9 ຄັ້ງໃສ່ ອິດສະຣາແອັນ. ພ້ອມກັນນັ້ນ, ອີຣານ ກໍ່ຢືນຢັນວ່າ ບໍ່ຊອກຫາຄຳສັ່ງຢຸດຍິງ ແລະ ຮຽກຮ້ອງໃຫ້ ອາເມລິກາ ຕ້ອງຂໍໂທດຍ້ອນໄດ້ກໍ່ໃຫ້ເກີດການປະທະກັນ.

TAG
VOV/VOVworld/ບຸກ​ໂຈ​ມ​ຕີ​/ລະ​ດົມ​/​ລູກ​ສອນ​ໄຟ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ