ພ້ອມກັບບັນດາການບຸກໂຈມຕີຢ່າງຮ້າຍແຮງເລັ່ງໃສ່ອິດສະຕາແອັນ, ກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ສືບຕໍ່ຍູ້ແຮງການບຸກໂຈມຕີບັນດາເປົ້າໝາຍຢູ່ເຂດອ່າວ ເຊິ່ງແມ່ນສະຖານທີ່ກອງທັບອາເມລິກາ ຕັ້ງຖານທີ່ໝັ້ນຫຼາຍແຫ່ງ. ໃນນັ້ນ, ສະຫະລັດ ອາຣັບ ເອມີເລັດ (UAE) ໄດ້ຮັບຖືວ່າແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ. ນອກຈາກນັ້ນ, IRGC ກໍ່ປະກາດວ່າໄດ້ບູກໂຈມຕີກຸ່ມກຳປັ່ນບັນທຸກເຮືອບິນ ຂອງອາເມລິກາ ຢູ່ພາກພື້ນ ເຖິງວ່າບໍ່ຍົກອອກຫຼັກຖານພິສູດ.
ກະຊວງປ້ອງກັນປະເທດ UAE ໃຫ້ຮູ້ວ່າ ໃນເວລາເກືອບ 2 ວັນຜ່ານມາ, ອີຣານ ໄດ້ຍິງລູກສອນໄຟລວມທັງໝົດ 165 ລູກ ພ້ອມກັບເຮືອບິນບໍ່ມີຄົນຂັບ (UAV) 541 ລ້ຳເຂົ້າເຂດດິນຕໍ່ແຜນ UAE. ລະບົບປ້ອງກັນອາກາດຂອງ UAE ໄດ້ສະກັດກັ້ນ ລູກສອນໄຟ 152 ລຳ ແລະ ທຳລາຍວັດຖຸບິນຂອງ ອີຣານ 506 ເຄື່ອງ ແລະ ມີ ຜູ້ເສຍຊີວິດ 3 ຄົນ ແລະ 58 ຄົນຖືກບາດເຈັບ.
IRGC ປະກາດໄດ້ບຸກໂຈມຕີກຸ່ມກຳປັ່ນບັນຈຸເຮືອບິນ USS Abraham Lincoln ຂອງ ອາເມລິກາຢູ່ເຂດອ່າວດ້ວຍລູກສອນໄຟນຳວິຖີ 4 ລູກ. IRGC ຢັ້ງຢືນວ່າການບຸກໂຈມຕີບັນລຸໄດ້ເປົ້າໝາຍ, ພ້ອມທັງກ່າວເຕືອນວ່າຈະຍູ້ແຮງກວ່າອີກບັນດາການບຸກໂຈມຕີທາງບົກ ແລະ ທາງທະເລເພື່ອຕ້ານຄືນບັນດາຜູ້ເກາະຜິດນີ້. ສຳລັບຝ່າຍ ອິດສະລາແອັນ, ວົງການເຈົ້າໜ້າທີ່ປະເທດນີ້ ໄດ້ຢັ້ງຢືນວ່າມີຜູ້ເສຍຊີວິດ 9 ຄົນໃນເຫດບຸກໂຈມຕີລູກສອນໄຟຂອງອີຣານ ເລັ່ງໃສ່ເຂດ Beit Shemesh, ທາງທິດຕາເວັນຕົກ Jerusalem. ວັນທີ 1 ມີນາໄດ້ປະກາດວ່າ ກອງບັນຊາການສູນ ອາເມລິກາ (CENTCOM), ນັກຮົບອາເມລິກາ 3 ຄົນເສຍຊີວິດ ແລະ 5 ຄົນຖືກບາດເຈັບໜັກ ໃນການປະທະກັນທີ່ພວມເກີດຂຶ້ນກັບ ອີຣານ. CENTCOM ບໍ່ສະໜອງຂໍ້ມູນລະອຽດກ່ຽວຂ້ອງເຖິງການຄວາມບາດລົ້ມຕາຍ ຂອງ ບັນດານັກຮົບອາເມລິກາ.




