logo

ອາຊຽນ 2020: ກອງປະຊຸມບັນດານັກຊ່ຽວຊານຂັ້ນສູງອາຊີຕາເວັນອອກກ່ຽວກັບການຮັບມືກັບໂຄວິດ-19

2020/10/16 | 10:44:53
(VOVWORLD) -  ວັນທີ 16 ຕຸລາ, ກອງປະຊຸມບັນດານັກຊ່ຽວຊານຂັ້ນສູງອາຊີຕາເວັນອອກ (EAS) ກ່ຽວກັບການຮ່ວມມືຮັບມືກັບໂຄວິດ-19 ໄດ້ຈັດຕັ້ງຕາມຮູບການທາງອອນລາຍ, ພາຍໃຕ້ການເປັນປະທານຮ່ວມຂອງ ຫວຽດນາມ ແລະ ອິນໂດເນເຊຍ. 

ນີ້ແມ່ນກອງປະຊຸມທີ່ນອນໃນຂອບເຂດຂໍ້ລິເລີ່ມລວມຂອງ ຫວຽດນາມ - ອິນໂດເນເຊຍ ແນໃສ່ເພີ່ມທະວີການຮ່ວມມື EAS ເມື່ອຮັບມືກັບໂຄວິດ-19 ແລະ ບັນດາກໍລະນີການແພດສາທາລະນະສຸກເສີນໃນອະນາຄົດ.

 ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ (ພາບ: TTXVN)

        ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າຄະນະຜູ້ແທນເຈົ້າໜ້າທີ່ຂັ້ນສູງ SOM ອາຊຽນ ຂອງ ຫວຽດນາມ ໄດ້ສະເໜີໃຫ້ບັນດາຄູ່ຮ່ວມມື EAS ຈົ່ງສືບຕໍ່ຕັ້ງໜ້າສະໜັບສະໜູນ ແລະ ໜູນຊ່ວຍບັນດາຂໍ້ລິເລີ່ມຂອງ ອາຊຽນ ໃນການຮັບມືກັບໂຄວິດ-19 ແລະ ບັນດາໂລກລະບາດໃນອະນາຄົດ.

        ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ກໍ່ປາດຖະໜາຢາກສືບຕໍ່ຍົກສູງປະສິດທິຜົນການຮ່ວມມື EAS ໃນການຄວບຄຸມ ແລະ ສະກັດກັ້ນໂລກລະບາດ, ພ້ອມທັງຫລຸດຜ່ອນການກະທົບຕໍ່ເສດຖະກິດ - ສັງຄົມ ແລະ ຊຸກຍູ້ການຟື້ນຟູແບບຍືນຍົງ; ພ້ອມທັງຢືນຢັນວ່າ ບັນດາຄວາມມານະພະຍາຍາມ ພ້ອມກັບບັນດາຂໍ້ລິເລີ່ມທີ່ມີຢູ່ແລ້ວຂອງ ອາຊຽນ ພ້ອມກັບຜົນງານແຫ່ງການຮ່ວມມືກັບບັນດາຄູ່ຮ່ວມມື EAS ແມ່ນພື້ນຖານສຳຄັນ ເພື່ອສືບຕໍ່ຍູ້ແຮງການຮ່ວມມື EAS ເພື່ອເປົ້າໝາຍນີ້.

TAG
VOV/VOVworld/ອາຊຽນ 2020/ນັກຊ່ຽວຊານ/ອາຊີຕາເວັນອອກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ