logo

ອາ​ຊຽນ 2020: ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ການ​ປ້ອງ​ກັນ​ຊາດ ​ອາ​ຊຽນ​ເປີດ​ກ້​ວາງ​ທາງ​ອອນ​ລາຍ

2020/6/30 | 11:41:39
(VOVWORLD) -ກອງປະຊຸມເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຢ່າງແທ້ຈິງລະຫວ່າງ ບັນດາປະເທດອາຊຽນກັບບັນດາປະເທດຄູ່ຮ່ວມມືໃນຂອບເຂດ ADMM+, ປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດອາຊຽນເປີດກ້ວາງ ທາງອອນລາຍ (ADSOM+) ທີ່ໄດ້ດຳເນີນໃນວັນທີ 7 ກໍລະກົດ. 
ທ່ານ ພົນຕີ ຫວຸຈຽນທັ໊ງ, ຫົວໜ້າກົມພົວພັນການຕ່າງປະເທດ, ຫົວໜ້າ ADSOM WG ຫວຽດາມ ເປັນຫົວໜ້າກອງປະຊຸມ (ພາບ: TTXVN) 

ວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຈັດຕັ້ງກອງປະຊຸມກຸ່ມ ເຈົ້າໜ້າທີ່ອາວຸໂສ ປ້ອງກັນຊາດອາຊຽນເປີດກ້ວາງ ທາງອອນລາຍ (ADSOM+WG), ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າສະຖາບັນຍຸດທະສາດປ້ອງກັນຊາດ, ສະຖາບັນການພົວພັນສາກົນດ້ານປ້ອງກັນຊາດ (ກະຊວງປ້ອງກັນປະເທດຫວຽດນາມ), ຫົວໜ້າ ADSOM WG 9 ປະເທດອາຊຽນ ແລະ 8 ປະເທດຄູ່ເຈລະຈາ (ລັດເຊຍ, ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ, ອິນເດຍ), ຜູ້ຕາງໜ້າຄະນະເລຂານຸການອາຊຽນ ແລະ ສະມາຊິກບັນດາຄະນະ. ກອງປະຊຸມເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຢ່າງແທ້ຈິງລະຫວ່າງ ບັນດາປະເທດອາຊຽນກັບບັນດາປະເທດຄູ່ຮ່ວມມືໃນຂອບເຂດ ADMM+, ປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດອາຊຽນເປີດກ້ວາງ ທາງອອນລາຍ (ADSOM+) ທີ່ໄດ້ດຳເນີນໃນວັນທີ 7 ກໍລະກົດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ພົນຕີ ຫວຸຈຽນທັ໊ງ, ຫົວໜ້າກົມພົວພັນການຕ່າງປະເທດ, ຫົວໜ້າ ADSOM WG ຫວຽດາມໄດ້ປະກາດ ເລື່ອງຈັດຕັ້ງການຊ້ອມຮົບປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຮ່ວມທາງອອນລາຍຂອງເສນາຮັກ ບັນດາປະເທດອາຊຽນທີ່ໄດ້ເນີນໃນວັນທີ 27 ພຶດສະພາ ປີ 2020 ສຳເລັດຜົນ, ທ່ານກໍ່ຢັ້ງຢືນວ່າ ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຮ່ວມມືພຶດຕະກຳຕົວຈິງເພື່ອແນໃສ່ຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບຈາກລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ໃນຖະແຫຼງການຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນການຮັບມືກັບໂລກລະບາດທີ່ໄດ້ຮັບຮອງຈາກ ກອງປະຊຸມ ADMM ວົງແຄບໃນເດືອນກຸມພາທີ່ຜ່ານມາ.

TAG
VOV/VOVworld/ອາ​ຊຽນ 2020/ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ